(ພາບ:vnmilitaryhistory.net)
( vovworld ) – ວັນທີ 24/8, ທ່ານ Igor Korotchenko ປະທານສະພາການພົວພັນກັບມະຫາຊົນ ສັງກັດກະຊວງປ້ອງກັນປະເທດລັດເຊຍ ໃຫ້ຮູ້ວ່າ: ປະເທດນີ້ຈະຜັນຂະຫຍາຍກຳປັ່ນ, ເຮືອບິນສູ້ຮົບ ແລະ ບັນດາລະບົບປ້ອງກັນອາກາດໃນໜ້າດິນເພື່ອຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ກອງປະຊຸມສຸດຍອດເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC) ຊື່ງຈະຖືກຈັດຂຶ້ນຢູ່ລັດເຊຍ ໃນໄລຍະທີ່ຈະມາເຖິງ. ທ່ານ Igor Korotchenko ຊີ້ແຈ້ງວ່າ: “ບັນາກຳລັງປະກອບອາວຸດລັດເຊຍ ຈະຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ກອງປະຊຸມສຸດຍອດຄັ້ງນີ້ ດ້ວຍເລື່ອງຜັນຂະຫຍາຍບັນດາກົມກອງຂອງທະຫານເຂດຕາເວັນອອກ, ບັນດາກຳລັງປ້ອງກັນອາກາດດ້ວຍລະບົບ S-400 Triumph, ເຮືອບິນສູ້ຮົບ Su-27SM, Su-30 ແລະ Mig-31, ກຳປັ່ນສູ້ຮົບ ແລະ ກຳປັ່ນດຳນ້ຳ“. ຄາດວ່າ, ກອງປະຊຸມຍຸດຍອດ APEC ຄັ້ງທີ 24 ຈະດຳເນີນໄປແຕ່ວັນທີ 2-9/9 ທີ່ຈະມາເຖິງຢູ່ນະຄອນ Vladivostok ຢູ່ເຂດຕາເວັນອອກໄກຂອງລັດເຊຍ. ນີ້ແມ່ນຄັ້ງທຳອິດທີ່ລັດເຊຍ ເປັນເຈົ້າພາບຈັດກອງປະຊຸມສຸດຍອດ APEC.