ລັດເຊຍ, ແຊັກ ຄັດຄ້ານຂໍ້ສະເໜີ ຜັນຂະຫຍາຍກຳລັງສາ​ກົນໄປຍັງຢູແກຼນ

ລັດເຊຍ, ແຊັກ ຄັດຄ້ານຂໍ້ສະເໜີ ຜັນຂະຫຍາຍກຳລັງສາ​ກົນໄປຍັງຢູແກຼນ - ảnh 1
ທ່ານ ​VitaLy Churkin ຜູ້​ຕາງ​ໜ້າ​ຂອງ​ລັດ​ເຊຍ​ປະ​ຈຳ​ສະ​ຫະ​ປະ​ຊາ​ຊາດ

(vovworld)- ແຜນ​ການ​ຂອງ​ຢູ​ແກຼນທີ່​ຮຽກ​ຮ້ອງ​ຜັນ​ຂະ​ຫຍາຍ​ກຳ​ລັງ​ສາ​ກົນ​ຢູ່​ເຂດ​ປະ​ທະ​ກັນ Donbass ພາກ​ຕາ​ເວັນ​ອອກ ຢູ​ແກຼນ ໄດ້​ພາ​ໃຫ້​ເກີດ​ຄວາມ​ລະ​ແວງ​ສົງ​ໄສວ່າ ກີ​ແອບ ພວມ​ຊອກ​ຫາ​ວີ​ທິ​ທຳ​ລາຍ​ບັນ​ດາ​ຂໍ້​ຕົກ​ລົງ Minsk . ນັ້ນ​ແມ່ນ​ຄຳ​ຖະ​ແຫຼງ​ຂອງທ່ານ ​VitaLy Churkin ຜູ້​ຕາງ​ໜ້າ​ຂອງ​ລັດ​ເຊຍ​ປະ​ຈຳ​ສະ​ຫະ​ປະ​ຊາ​ຊາດເມື່ອ​ວັນ​ທີ 19/2. ທ່ານ ​VitaLy Churkin​ ຊີ້​ແຈ້ງວ່າ ຕາມຂໍ້​ຕົກ​ລົງ Minsk, 2 ປະ​ເທດ​ສາ​ທາ​ລະ​ນະ​ລັດ​ໂດຍ​ຂະ​ໜານ​ນາມ​ເອງ Donetsk ແລະ Lugansk ສາ​ມາດ​ສ້າງ​ຕັ້ງ​ກຳ​ລັງ​ຕຳຫຼວດ​ສະ​ເພາະ​ຂອງ​ຕົນ, ສ່ວນ​ການ​ຕິດ​ຕາມກວດ​ກາ​ຢູ່ນອກ​ບໍ​ລິ​ເວນ​ກຳ​ນົດ​ຈະ​ແມ່ນ​ອົງ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ຮ່ວມ​ມື​ເອີ​ລົບ​ປະ​ຕິ​ບັດ. ດັ່ງ​ນັ້ນ, ບັນ​ດາ​ວຽກ​ງານ​ທີ່​ບັນ​ດາ​ຝ່າຍ​ປະ​ທະ​ກັນ​ຢູ່ຢູ​ແກຼນ​ຄວນ​ປະ​ຕິ​ບັດ, ນັ້ນ​ແມ່ນ​ວິ​ທີ​ການ​ແກ້​ໄຂ, ຫາກບໍ່​ແມ່ນ​ຍົກ​ອອກ​ຂໍ້​ລິ​ເລີ່ມ​ໃໝ່.

   ໃນ​ວັນ​ດຽວ​ກັນ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດສາ​ທາ​ລະ​ນະ​ລັດ ແຊັກ Lubomir Zaolalek ຖະ​ແຫຼງວ່າ ຄຳ​ຮຽກ​ຮ້ອງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີຢູ​ແກຼນ Petro Poroshenko ກ່ຽວ​ກັບ​ການ​ຜັນ​ຂະ​ຫຍາຍ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ​ແຫ່ງ​ ສ.ປ.ຊ ໄປ​ຍັງຢູ​ແກຼນ ແມ່ນ​ໄປ​ຝືນ​ກັບ​ຂໍ້​ຕົກ​ລົງ Minsk. ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດສາ​ທາ​ລະ​ນະ​ລັດ ແຊັກ Lubomir Zaolalek ເນັ້ນໜັກ​ວ່າ ໃນ​ການ​ປະ​ທະ​ກັນ​ຢູ່ ຢູ​ແກຼນ, ​ຂໍ້​ຕົກ​ລົງ Minsk ກ່ຽວ​ກັບ​ການ​ແກ້​ໄຂ​ສັນ​ຕິ​ພາບ​ແມ່ນ​ເສັ້ນ​ທາງ​ດຽວ​ເທ​ົ່າ​ນັ້ນ ເພື່ອ​ສ້າງ​ສັນ​ຕິ​ພາບ​ຄືນ​ໃໝ່​ຢູ່​ປະ​ເທດ​ເອີ​ລົບ​ຕາ​ເວັນ​ອອກນີ້, ລັດ​ຖະ​ບານ ແຊັກ ຮຽກ​ຮ້ອງ​ໃຫ້​ຢຸດ​ຕິ​ການ​ປີນ​ຂັ້ນ​ໄດ​ຄວາມ​ເຄັ່ງ​ຕຶງ ແລະ ສະ​ໜັບ​ສະ​ໜູນ​ບັນ​ດາ​ຂໍ້​ຕົກ​ລົງທີ່​ບັນ​ລຸ​ມາ​ໄດ້​ຢູ່ ​Minsk ປະ​ເທດ​ເບ​ລາ​ຣຸດ.

 

 

ຂ່າວ/ບົດ​ອື່ນ