ລັດເຊຍ ແລະ ຕວກກີໃຫ້ຄໍາໝັ້ນສັນຍາຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ
(VOVWORLD) -ລັດເຊຍ ແລະ ຕວກກີ ຈະນໍາໃຊ້ບັນດາວິທີແກ້ໄຂ ເພື່ອແນໃສ່ “ຊຸກຍູ້ການພົວພັນຄູ່່ຮ່ວມມືຍຸດທະສາດ”.
ທ່ານ Sergey Lavrov ລັດຖະມົນຕີການຕ່າງປະເທດລັດເຊຍ ແລະລັດຖະມົນຕີການຕ່າງປະເທດຕວກກີ Mevlut Cavusoglu
(ພາບ:AFP/TTXVN)
|
ລັດເຊຍ ແລະ ຕວກກີ ຈະນໍາໃຊ້ບັນດາວິທີແກ້ໄຂ ເພື່ອແນໃສ່ “ຊຸກຍູ້ການພົວພັນຄູ່່ຮ່ວມມືຍຸດທະສາດ”. ນັ້ນແມ່ນຄໍາຖະແຫຼງ ທີ່ທ່ານ Sergey Lavrov ລັດຖະມົນຕີການຕ່າງປະເທດລັດເຊຍ ໄດ້ຍົກອອກມາໃນການປະຊຸມຂ່າວຮ່ວມ ເມື່ອວັນທີ 14 ສິງຫາ ກັບຄູ່ຕໍາແໜ່ງຂອງປະເທດເຈົ້າພາບຕວກກີ Mevlut Cavusoglu ຢູ່ນະຄອນຫຼວງ Ankara. ທ່ານລັດຖະມົນຕີການຕ່າງປະເທດ Lavrov ຖືວ່າ ທຸກສິ່ງທຸກຢ່າງແມ່ນພວມຢູ່ໃນຈຸດເວລາເປັນບາດລ້ຽວ ເມື່ອຫັນຈາກຄວາມເປັນລະບຽບຮຽບຮ້ອຍຂອງໂລກສອງຂົ້ວໃຫ້ກາຍເປັນ ໂລກຫຼາຍຂົ້ວ, ພ້ອມທັງສະແດງຄວາມຫວັງວ່າ ດ້ວຍວິທີການສໍາຜັດທີ່ເໝາະສົມ ຈະນິຍົມໃນການພົວພັນສາກົນ ແລະ ບັນດາປະເທດຈະກັບຄືນສູ່ການເຈລະຈາ. ທ່ານຢັ້ງຢືນວ່າ ບັນດາມາດຕະການ ລົງໂທດຂອງອາເມລິກາ,ໃນນັ້ນມີການລົງໂທດຄັ້ງຫຼ້າສຸດ ແນໃສ່ຕວກກີ ແມ່ນນະໂຍບາຍທີ່ຜິດກົດໝາຍ ແລະ ແມ່ນວິທີເພື່ອໃຫ້ ວໍຊີງຄັນ ຍາດໄດ້ທ່າໄດ້ປຽບໃນການແກ້ງແຍ່ງທີ່ບໍ່ຍຸຕິທໍາໃນຂົງເຂດການຄ້າສາກົນ.
ສ່ວນທ່ານລັດຖະມົນຕີ ຕວກກີ Mevlut Cavusoglu ໄດ້ຖະແຫຼງຢູ່ Ankara ວ່າ ຈະບໍ່ສະໜັບສະໜູນບັນດາວິທີລົງໂທດຂອງອາເມລິກາ ຕ້ານຄືນລັດເຊຍ ແລະ ກໍບໍ່ມີເຈດຕະນາສະໜັບສະໜູນການກະທໍາທີ່ຄ້າຍຄືກັນຂອງ ວໍຊິງຕັນ ຕໍ່ອີຣານ.