ລັດເຊຍ ແລະ ຢູແກຼນ ເຊື່ອມຕໍ່ການເຈລະຈາ ກ່ຽວກັບລາຄາອາຍແກັດ ຄືນໃໝ່

ລັດເຊຍ ແລະ ຢູແກຼນ ເຊື່ອມຕໍ່ການເຈລະຈາ ກ່ຽວກັບລາຄາອາຍແກັດ ຄືນໃໝ່ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 11/06, ລັດ​ເຊຍ ​ແລະ ຢູ​ແກຼນ ​ໄດ້​ເຊື່ອມ​ຕໍ່ບັນດາ​ຄວາມ​ມານະ​ພະຍາຍາມ​ເຈລະຈາຄືນ​ໃໝ່​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນດາ​ການ​ໂຕ້​ຖຽງກັນ​ກ່ຽວ​ກັບ​ລາຄາ​ອາຍ​ແກັດ, ພາຍ​ຫຼັງທີ່​ກຳນົດ​ເວລາ​ສຸດ​ທ້າຍ​ລັດ​ເຊຍ ຍົກ​ອອກ​​ເພື່ອ​ໃຫ້​ຢູ​ແກຼນ ຊຳລະ​ບາງ​ບ້ວງ​ໜີ້​ສິນ​ໄດ້​ສິ້ນສຸດ​ລົງ ​ແລະ ປະຈຸ​ບັນ ມົດສກູ ຍັງ​ບໍ່​ທັນ​ຕັດ​ການ​ສະໜອງ​. ລັດ​ເຊຍ ​ໄດ້ກຳນົດ​ເວລາ​ໃຫ້​ຢູ​ແກຼນ ຮອດ​ເວລາ 6 ​ໂມງ GMT ວັນ​ທີ 10/06 ຕ້ອງ​ຊຳລະ​ສ່ວນ​ໜຶ່ງ​​ໃນບ້ວງ​​ໜີ້​ສິນ 2 – 3 ຕື້ USD, ​ແຕ່​ໄດ້​​ຖອນ​ການວາງ​ກຳນົດ​ເວລາ​ຄືນ​ໃໝ່ພາຍຫຼັງ​ທີ່​ບັນດາ​ເຈົ້າ​ໜ້າ​ທີ່​ຖື​ວ່າ ການ​ເຈລະຈາ​ໂດຍ​ຄະນະ​ກຳມະການ​ເອີ​ລົບ ​ເປັນ​ຄົນ​ກາງ​ໄກ່​ເກ່ຍ ຈະ​ສືບ​ຕໍ່​ດຳ​ເນີນການ​ເຈລະຈາ​ແກ່ຍາວ​ເປັນ​ເວລາ 8 ຊົ່ວ​ໂມງ​ລະ​ຫວ່າງ​ມົດສກູ ​ແລະ ກີ​​ແອບ ສິ້ນສຸດ​ລົງ​ໃນ​ເວລາປະມານ 1 ​ໂມງ GMT ວັນ​ທີ 10/06, ​ຊຶ່ງບໍ່​ສາມາດ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ​ກ່ຽວ​ກັບ​ລາຄາ​ຂາຍ​ອາຍ​ແກັດ​ໄດ້.

ຂ່າວ/ບົດ​ອື່ນ