ລັດເຊຍ ແລະ ເບລາຣຸດ ລົງນາມເອກະສານເຊື່ອມໂຍງຂອງ ປະເທດພັນທະມິດ
(VOVWORLD) - ປະມຸກລັດລັດເຊຍ ແລະ ເບລາຣຸດ ໄດ້ຮັບຮອງເອົາ 28 ລາຍການເຊື່ອມໂຍງ ທີ່ໄດ້ໃຫ້ສັດຕະຍາບັນໃນເດືອນກັນຍາ, ກໍ່ຄືບັນດາທິດທາງຫຼັກ ເພື່ອປະຕິບັດມາດຕາຂອງ ສົນທິສັນຍາສ້າງຕັ້ງປະເທດພັນທະມິດ ໄລຍະ 2021 – 2023.
ວັນທີ 4 ພະຈິກ, ປະມຸກລັດ ສອງປະເທດ ລັດເຊຍ ແລະ ເບລາຣຸດ ໄດ້ລົງນາມເອກະສານຫຼາຍສະບັບກ່ຽວກັບການເຊື່ອມໂຍງຂອງປະເທດພັນທະມິດ.
ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີ ເບລາຣຸດ Alexander Lukashenko ໄດ້ລົງນາມເອກະສານເຊື່ອມໂຍງຂອງ ປະເທດພັນທະມິດຢູ່ກອງປະຊຸມຂອງ ສະພາລັດສູງສຸດ. ປະມຸກລັດສອງປະເທດ ໄດ້ຮັບຮອງເອົາ 28 ລາຍການເຊື່ອມໂຍງ ທີ່ໄດ້ໃຫ້ສັດຕະຍາບັນໃນເດືອນກັນຍາ, ກໍ່ຄືບັນດາທິດທາງຫຼັກ ເພື່ອປະຕິບັດມາດຕາຂອງ ສົນທິສັນຍາສ້າງຕັ້ງປະເທດພັນທະມິດ ໄລຍະ 2021 – 2023. ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີ ເບລາຣຸດ Alexander Lukashenko ກໍ່ຮັບຮອງເອົາທິດສະດີປັດຊະຍາທາງການທະຫານ ແລະ ນິຍາມກ່ຽວກັບນະໂຍບາຍອົບພະຍົບ.