(VOVWORLD) -ການຮ່ວມມືລະຫວ່າງ ມົດສະກູ ແລະ ເຕເຮຣານໃນຂອບເຂດຂອງຂໍ້ຕົກລົງດັ່ງກ່າວ ໄດ້ດໍາເນີນພາຍໃຕ້ການຄວບຄຸມກວດກາຂອງອົງການພະລັງງານປະລະມານູສາກົນຢ່າງເດັດຂາດ.
ໂຄສົກກະຊວງການຕ່າງປະເທດ ລັດເຊຍ Maria Zakharova
(ພາບ: TTXVN)
|
ວັນທີ 17 ສິງຫາ, ກະຊວງການຕ່າງປະເທດລັດເຊຍ ໃຫ້ຮູ້ວ່າ, ປະເທດນີ້ຈະນໍາໃຊ້ທຸກມາດຕະການ ເພື່ອຮັກສາ ແລະ ປະຕິບັດແຜນການດໍາເນີນງານຮ່ວມຮອບດ້ານ (JCPOA) ກ່ຽວກັບໂຄງການນິວເຄຼຍ ຂອງ ອີຣານ. ຕາມນັ້ນແລ້ວ, ການຮ່ວມມືລະຫວ່າງ ມົດສະກູ ແລະ ເຕເຮຣານໃນຂອບເຂດຂອງຂໍ້ຕົກລົງດັ່ງກ່າວ ໄດ້ດໍາເນີນພາຍໃຕ້ການຄວບຄຸມກວດກາຂອງອົງການພະລັງງານປະລະມານູສາກົນຢ່າງເດັດຂາດ.