(ພາບປະກອບ)
(vovworld)- ຫວ່າງແລ້ວນີ້, ຢູ່ເມືອງເອກ Salem ຂອງລັດ Oregon, ທ່ານຫງວຽນກວກເກື່ອງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ ໄດ້ມີການພົບປະກັບທ່ານຜູ້ວ່າການລັດ John Kitzhaber ເພື່ອແລກປ່ຽນກ່ຽວກັບບັນດາມາດຕະການເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ ແລະ ລັດ Oregon.
ກ່າວຄຳເຫັນທີ່ການພົບປະ, ສອງຝ່າຍໄດ້ຕີລາຄາສູງການພັດທະນາອັນດີງາມໃນການພົວພັນຮ່ວມມືຫຼາຍດ້ານລະຫວ່າງ ລັດ Oregon ແລະ ຫວຽດນາມ, ພິເສດແມ່ນໃນຂົງເຂດການສຶກສາ-ບຳລຸງສ້າງ, ການຄ້າ-ການລົງທຶນ ແລະ ຊອກຫາກູ້ໄພກູ້ຊີບ ກໍ່ຄືບັນດາຄວາມຄຶບໜ້າໃນການພົວພັນລະຫວ່າງຫວຽດນາມ ແລະ ອາເມລິກາ, ໃນນັ້ນມີວິວັດການເຈລະຈາກ່ຽວກັບສັນຍາຄູ່ຮ່ວມມືເຂດອາຊີ-ປາຊີຟິກ (TPP). ທ່ານຫງວຽນກວກເກື່ອງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ ແລະ ຜູ້ວ່າການລັດ John Kitzhaber ເຫັນດີສະໜັບສະໜູນຂໍ້ລິເລິ່ມການສ້າງກົນໄກຮ່ວມມືລະຫວ່າງຫວຽດນາມ ແລະ ລັດ Oregon ອີງຕາມບັນດາການພົວພັນທີ່ມີຢູ່ແລ້ວ, ສ້າງບັນດາຂົງເຂດຮ່ວມມືໃໝ່ ແລະ ການພົວພັນສອງຝ່າຍໃຫ້ນັບມື້ນັບພັດທະນາ, ເຂົ້າສູ່ລວງເລິກ. ລັດ Oregon ມີພົນລະເມືອງເກືອບ 4 ລ້ານຄົນ ດ້ວຍຍອດຜະລິດຕະພັນພາຍໃນປີ 2013 ບັນລຸເກືອບ 220 ຕື້ໂດລາສະຫະລັດ./.