ລັດCalifoniaປາດຖະຫນາຢາກເພີ່ມທະວີການຮ່ວມມືກັບບັນດາທ້ອງຖິ່ນຂອງຫວຽດນາມ

ລັດCalifoniaປາດຖະຫນາຢາກເພີ່ມທະວີການຮ່ວມມືກັບບັນດາທ້ອງຖິ່ນຂອງຫວຽດນາມ - ảnh 1
ທ່ານ ຟ້າມກວາງວີງ,ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ອາ​ເມ​ລິ​ກາ
ພາບ:vietnamplus.vn

(vovworld)- ​ ທ່ານ ຟ້າມກວາງວີງ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ອາ​ເມ​ລິ​ກາ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ລັດ Califonia ຢ່າງ​ເປັນ​ທາງ​ການ ແຕ່​ວັນ​ທີ 16/10 ຮອດ​ວັນ​ທີ 24/10/2015. ທີ່​ນະ​ຄອນ San Francisco, ເອກ​ອັກ​ຄະ​ລັດ​ຖະ​ທູດ ຟ້າມ​ກວາງວີງ ໄດ້​ມີ​ການ​ເຮັດ​ວຽກ​ກັບທ່ານ Mark Leno  ສະ​ມາ​ຊິກ​ສະ​ພາ​ສູງ ລັດ Califonia ແລະ ກຳ​ມະ​ການ​ສະ​ພາ ນະ​ຄອນ San Francisco​, David Chiu. ທ່ານ ຟ້າມກວາງວີງ ຢືນ​ຢັນ​ວ່າ: ດ​ວ້ຍ​ບັນ​ດາ​ການ​ປ່ຽນ​ແປງ​ຢ່າງ​ຕັ້ງ​ຫນ້າ​ໃນ​ການ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ, ການ​ລົງ​ທຶນ ພ້ອມ​ກັບ​ການ​ເຂົ້າ​ຮ່ວມ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟີກ TPP, ຫວຽດ​ນາມ ປາດ​ຖະ​ຫນາ​ຢາກ​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນກັບ​ລັດ Califonia ໃນ​ຫລາຍ​ຂົງ​ເຂດ​ຄື: ເສດ​ຖະ​ກິດ, ການ​ລົງ​ທຶນ, ວິ​ທະ​ຍາ​ສາດ -ເຕັກ​ໂນ​ໂລ​ຊີ, ກະ​ສິ​ກຳ, ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ວັດ​ທະ​ນະ​ທຳ, ​ການສຶກ​ສາ, ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ. ທ່ານ Mark Leno   ແລະ David Chiu ຕີ​ລາ​ຄາ​​ວ່າ: ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ພວມ​ພັດ​ທະ​ນາ​ອັນ​ດີ​ງາມ, ລັດ Califonia ແລະ ບັນ​ດາ​ທ້ອງ​ຖິ່ນ​ຂອງ​ຫວຽດ​ນາມ ພວມ​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນ​ໃນ​ຫລາຍ​ຂົງ​ເຂດ ພ້ອມ​ທັງ ຢືນ​ຢັນ​ວ່າ: ນີ້​ແມ່ນ​ຈຸດ​ເວ​ລາ​ເໝາະ​ສົມ​ເພື່ອ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ການ​ຄ້າ​ຂອງ​ຫວຽດ​ນາມ ແລະ ຫວັງ​ວ່າ: ດ້ວຍ​ການ​ເຂົ້າ​ຮ່ວມ TPP, ຫວຽດ​ນາມ ຈະ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ຫລາຍກວ່າ​ອີກ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ ເຄື່ອນ​ໄຫວ​ຢູ່​ຫວຽດ​ນາມ.

 

ຂ່າວ/ບົດ​ອື່ນ