ລີ​ບີ ປົດ​ຕຳ​ແໜ່​ງການ​ນຳ​ອົງການ ​ປ້ອງ​ກັນ​ຄວາມ​ສະຫງົບ​

ລີ​ບີ ປົດ​ຕຳ​ແໜ່​ງການ​ນຳ​ອົງການ ​ປ້ອງ​ກັນ​ຄວາມ​ສະຫງົບ​ - ảnh 1

(ພາບ:dantri.com.vn)

(TTX)- ທ່ານ​ລັດຖະມົນຕີ​ກະຊວງ​ພາຍ​ໃນ​ລີ​ບີ Fawzi Abdelali ​ໄດ້​ປົດ​ຕຳ​ແໜ່​ງບັນດາການ​ນຳ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່  Benghazi ພາຍຫຼັງ​ເກີດເຫ​ດການ​ບຸກ​ໂຈມ​ຕີ​ສະຖານກົງສູນ​ໃຫ່ຍ​ອາ​ເມ​ລິ​ກາ ​ເມື່ອ​ວັນ​ທີ 11/9 ຢູ່​ນະຄອນ​ທາງ​ທິດຕາ​ເວັນ​ອອກປະ​ເທດ​ນີ້ ຊື່​ງ​ເຮັດ​ໃຫ້​ທ່ານ​ເອກ​ອັກຄະ​ລັດຖະທູດ Chris Stevens ​ແລະ ພາລະ​ກອນ​ການ​ທູດອາ​ເມລິກາ 3 ທ່ານ​ເສຍ​ຊີວິດ. ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ພາຍ​ໃນ​ຮັບຜິດຊອບ​ເຂດ​ຕາ​ເວັນ​ອອກ ​ແລະ ຜູ້ອຳນວຍການ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ​ຂອງ  Benghazi  ລ້ວນ​ແຕ່​ຖືກ​ປົດ​ຕຳ​ແໜ່​ງ. ອົງການ​ອານ​ເກ​ດາ ຢູ່​ແຫຼ​ມອາຣັບ ​ປະກາດໄດ້​ປະຕິບັດ​ເຫດການ​ບຸກ​ໂຈມ​ຕີ​ເພື່ອ​ແກ້​ແຄ້ນ​ໃຫ້​ເລື່ອງ​ອາ​ເມ​ລິ​ກາ​ດັບ​ສູນ​ບຸກຄົນ​ອັນ​ດັບ 2 ຂອງ​ອົງການ​ນີ້.

ຂ່າວ/ບົດ​ອື່ນ