“ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ” ຢູ່ Vancouver ປະກອບສ່ວນເພີ່ມຄວາມອຸດົມສົມບູນໃຫ້ສັງຄົມຫຼາກຫຼາຍສີສັນວັດທະນະທຳຢູ່ ການາດາ
(VOVWORLD) - ເນື່ອງໃນໂອກາດຕ້ອນຮັບລະດູບານໃໝ່ປີມະໂລງ 2024, ວັນທີ 5 ກຸມພາ (ຕາມເວລາທ້ອງຖິ່ນ), ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ Vancouver, ການາດາ, ໄດ້ຈັດລາຍການ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ” ເພື່ອພ້ອມກັນມ່ວນຊື່ນ ແລະ ອວຍພອນປີໃໝ່ແກ່ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ຢູ່ເຂດພາກຕາເວັນຕົກ ການາດາ.
ບັນດາຜູ້ແທນເຂົ້າຮ່ວມລາຍການລະດູບານໃໝ່ແຫ່ງບ້ານເກີດເມືອງນອນ (ພາບ: baoquocte.vn) |
ເຫດການດັ່ງກ່າວໄດ້ດຶງດູດຄວາມສົນໃຈຈາກລັດຖະມົນຕີ ແລະ ຜູ້ວ່າການຫຼາຍທ່ານ, ເຊິ່ງເປັນບຸກຄົນທີ່ຮັກປະເທດ ຫວຽດນາມ ແລະ ຕາງໜ້າໃຫ້ອຳນາດການປົກຄອງລັດ British Columbia. ທ່ານ Victor Oh ສະມາຊິກສະພາສູງ, ທັງເປັນປະທານສະສະມາຄົມສະມາຊິກລັດຖະສະພາມິດຕະພາບ ການາດາ - ຫວຽດນາມ ໄດ້ຕາງໜ້າໃຫ້ ການາດາ, ພ້ອມກັບຜູ້ຕາງໜ້າສະຖານກົງສູນໃຫຍ່ຂອງບັນດາປະເທດ ອາຊີ ປະຈຳຢູ່ລັດດັ່ງກ່າວກໍໄດ້ເຂົ້າຮ່ວມລາຍການ.
ຕາງໜ້າອຳນາດການປົກຄອງລັດ British Columbia, ທ່ານລັດຖະມົນຕີກະຊວງປ່າໄມ້ ຮັບຜິດຊອບວຽກງານການຕ່າງປະເທດ Bruce Ralston ໄດ້ຍ້ອງຍໍຊົມເຊີຍລາຍການ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ” ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີມະໂລງ 2024 ໄດ້ປະກອບສ່ວນເພີ່ມຄວາມອຸດົມສົມບູນໃຫ້ແກ່ສັງຄົມຫຼາກຫຼາຍສີສັນວັດທະນະທຳຢູ່ ການາດາ. ທ່ານກໍຊົມເຊີຍບົດບາດຂອງປະຊາຄົມຊາວ ຫວຽດນາມ ເວົ້າລວມ ແລະ ສະມາຄົມນັກທຸລະກິດ ຫວຽດນາມ - ການາດາ ເວົ້າສະເພາະ ທີ່ມີຕໍ່ການພັດທະນາເສດຖະກິດສັງຄົມຂອງທ້ອງຖິ່ນ.