(ພາບປະກອບ)
(vovworld) - ຕາມຕົວເລກສະຖິຕິຂອງກະຊວງແຜນການ ແລະ ການລົງທຶນ ເຊິ່ງປະກາດທີ່ກອງປະຊຸມໃນຕອນເຊົ້າວັນທີ 26/03 ກ່ຽວກັບສະພາບການຜະລິດ, ດຳເນີນທຸລະກິດ, ການບໍລິການ ແລະ ການລົງທຶນໃນເດືອນ 3/2013 ແລ້ວ, ລະດັບເຕີບໂຕ GDP ຂອງງວດທີ 1 ປີ 2013 ຄາດວ່າບັນລຸໄດ້ເດືອບ 5% ເມື່ອທຽບໃສ່ໄລຍະດຽວກັບຂອງປີ 2012; ໃນນັ້ນ, ການບໍລິການໄດ້ຮັບການເຕີບໂຕຢ່າງແຮງທີ່ສຸດ (ປະມານ 5,65%). ດັດສະນີການຜະລິດອຸດສາຫະກຳງວດທີ 1 ເພີ່ມຂຶ້ນ 4,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2012. ມູນຄ່າຜະລິດຕະພັນກະເສດ, ເຄື່ອນປ່າຂອງດົງ ແລະ ສິນໃນນ້ຳງວດທີ 1 ບັນລຸເກືອບ 162.000 ຕື້ດົງ, ເພີ່ມຂຶ້ນເກືອບ 2,6% ເມື່ອທຽບໃສ່ໄລຍະດຽວກັບຂອງປີ 2012. ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ສະພາບການລ້ຽງປູກສິນໃນນ້ຳພວມປະສົບກັບຄວາມຫຍຸ້ງຍາກ ເພາະການລ້ຽງປາຫຼຸບທຶນ. ຄຽງຂ້າງນັ້ນ, ເລື່ອງຫວ່າງແລ້ວນີ້, ກະຊວງການຄ້າອາເມລິກາ ໄດ້ອອກຄຳສັ່ງຈັດວາງອັດຕາພາສີຕ້ານການຂາຍບຸບລາຄາຕໍ່ຜະລິດຕະພັນປາຈາ, ປາບາຊາແຊເຢັນຂອງຫວຽດນາມ ເຂົ້າຕະຫຼາດອາເມລິກາ ດ້ວຍອັດຕາພາສີນຳເຂົ້າສູງເກີນໄປ ກໍພວມກໍຄວາມຫຍຸ້ງຍາກໃຫ່ແກ່ການຜະລິດ, ສົ່ງອອກຜະລິດຕະພັນນິ້. ກ່ຽວກັບດ້ານລາຄາ, ດັດຊະນີລາຄາໃຊ້ສອຍໃນເດືອນ 3 ປີ 2013 ນີ້ ຫຼຸດລົງ 0,19% ເມື່ອທຽບໃສ່ເດືອນ 2/2013.