(vovworld) - ວັນທີ 06/05, ກະຊວງສາທາລະນະສຸກ ແລະ ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໄດ້ສົມທົບກັນຈັດຕັ້ງກອງປະຊຸມລະດົມແຫຼ່ງກຳລັງປ້ອງກັນ, ຕ້ານໄຂ້ຫວັດ A/H7N9, ເພື່ອແນໃສ່ກຳນົດບັນດາບຸລິມະສິດທີ່ຄວນໜູນຊ່ວຍກ່ຽວກັບດ້ານເຕັກນິກ ແລະ ການເງິນໃຫ້ແກ່ຫວຽດນາມ ເພື່ອແນໃສ່ສະກັດກັ້ນໄຂ້ຫວັດ. ການນຳກະຊວງສາທາລະນະສຸກ ຢືນຢັນວ່າ ສິ່ງສຳຄັນໃນຈຸດເວລານີ້ແມ່ນການເຂົ້າຮ່ວມຂອງວົງຄະນະຍາດສາກົນເພື່ອມີການສົມທົບກັນຢ່າງແໜ້ນແຟ້ນໃນການຕິດຕາມ, ຮັບມື ແລະ ຮູ້ແຮງວຽກງານໂຄສະນາ, ແນໃສ່ຫລຸດຜ່ອນຜົນສະທ້ອນຂອງໄຂ້ຫວັດສັດປີກ A/H7N9 ທີ່ມີຕໍ່ສຸຂະພາບຂອງປະຊາຊົນ ແລະ ພື້ນຖານເສດຖະກິດ. ສ່ວນກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ທ່ານຮອງລັດຖະມົນຕີ ຫວູວັນຕ໋າມ ໃຫ້ຮູ້ວ່າ.
“ຫວຽດນາມ ພວມປະເຊີນໜ້າກັບບັນດາການຜັນແປ່ຢ່າງສັບສົນຂອງໄຂ້ຫວັດ A/H5N1 ແລະ ໄຂ້ຫວັດ A/H1N1 ແລະ ໄພແຜ່ລາມຂອງໄຂ້ຫວັດ A/H7N9. ນີ້ແມ່ນບັນດາສິ່ງທະທາຍໃຫຍ່ ຮຽກຮ້ອງໃຫ້ຕ້ອງມີການເຂົ້າຮ່ວມຂອງຂະແໜງກະສິກຳ ແລະ ສາທາລະນະສຸກ. ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໄດ້ຊີ້ນຳຂະແໜງການທຸກຂັ້ນທີ່ນອນໃນລະບົບສັດຕະວະແພດ ເພີ່ມທະວີການຕິດຕາມກວດກາ, ຮັບປະກັນການພົບຫັນບ່ອນເກີດໂລກລະບາດໂດຍໄວ, ພ້ອມທັງມີມາດຕະການເປັນເຈົ້າການສະກັດກັ້ນການແຜ່ລາມຂອງໄຂ້ຫວັດ A/H7N9”.
ມາຮອດປະຈຸບັນ, ຍັງບໍ່ມັນມີຫຼັກຖານທີ່ວ່າ ໄວຣັດໄຂ້ຫວັດ A/H7N9 ສາມາດຕິດແປດຈາກຄົນສູ່ຄົນເທື່ອ ແລະ ຢູ່ຫວຽດນາມ ຍັງບໍ່ທັນມິກໍລະນີໃດຕິດໂວຣັດໄຂ້ຫວັດ A/H7N9 ຢູ່ຄົນ ກໍຄືສັດລ້ຽງ.