ລະນຶກ 40 ປີ ແຫ່ງວັນປົດປ່ອຍແຂວງ ກວ໋າງຈີ້

ລະນຶກ 40 ປີ ແຫ່ງວັນປົດປ່ອຍແຂວງ ກວ໋າງຈີ້ - ảnh 1
ພິທີລະນຶກ 40 ປີແຫ່ງວັນປົດປ່ອຍແຂວງ ກວ໋າງຈີ້
ພາບປະກອບ:internet


(vovworld) -  ຕອນ​ຄຳ່​ວັນ​ທີ 1/5 ຢູ່ ນະຄອນ ດົງ​ຮ່າ ​ແຂວງ ກວ໋າງຈີ້ ​ໄດ້​ດຳ​ເນີນ​ລາຍການ​ສະ​ແດງ​ສິລະ​ປະ​ພິ​ເສດ​ເພື່ອຂ່ຳນັບ​ຊົມ​ເຊີຍ​ພິທີ​ລະນຶກ 37 ປີ ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້ ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ ​ແລະ 40 ປີ ​ແຫ່ງ​ວັນ​ປົດ​ປ່ອຍ​ແຂວງ ກວ໋າງຈີ້ ​ກໍ່​ຄື​ເຫດການ 81 ວັນ​ ​ແລະ ຄຳ່​ຄືນ​ປົກ​ປັກ​ຮັກສາ​ກຳ​ແພງ​​ເກົ່າ ກວ໋າງຈີ້. ລາຍການ​ສະ​ແດງ​ສິລະ​ປະ​​ແມ່ນເພື່ອ​ສະ​ແດງ​ຄວາມ​ຮູ້​ບຸນຄຸນຕໍ່ບັນດາ​ວິລະ​ຊົນ​ທີ່​​ໄດ້ເສຍສະຫລະ​ຊີວິດ​ເພື່ອ​ຊາດ​ໃນ​ເຂດ​ດິນ​ແດນ​​ແຂວງ ກວ໋າງຈີ້, ຍ້ອງຍໍ​ສັນລະ​ເສີນ​ບັນດາ​ຜົນງານ​ຊຶ່ງ​ແຂວງ ກວ໋າງຈີ້​ຍາດ​ມາ​ໄດ້​ພາຍຫລັງ​​ໄດ້​ຮັບ​ການປົດ​ປ່ອຍ. ທ່ານ Nguyen Duc Thuy ຊາວ​ນະຄອນ ດົງ​ຮ່າ ​ແບ່ງປັນ​ວ່າ:

        “ຂ້າພະ​ເຈົ້າ​ແມ່ນ​ຊາວ ​ກວ໋າງຈີ້. ພາຍຫລັງ 40 ປີ ​ແຫ່ງ​ການ​ປົດ​ປ່ອຍ, ປະຈຸ​ບັນ ​ແຂວງ ກວ໋າງຈີ້ ​ໄດ້​ມີ​ການປ່ຽນ​ແປງ​ຫລາຍ​ແລ້ວ​ເມື່ອ​ທຽບ​ໃສ່​ໄລຍະ​ສົງຄາມ. ​ແຂວງ ກວ໋າງຈີ້ ພວມ​ຢູ່ໃນ​ທ່າ​ພັດທະນາ​ສ້າງ​ສາບ້ານ​ເກີດ​ເມືອງ​ນອນ​ໃຫ້​ຮັ່ງມີ​ສວຍ​ງາມ, ສົມ​ກັບ​ຄວາມ​ມຸ່ງ​ມາດ​ປາດ​ຖະຫນາ​ຂອງ​ທົ່ວ​ປະ​ເທດ ​ແລະ ຕອບ​ບຸນ​ແທນ​ຄຸນ​ບັນດາ​​ເພື່ອ​ນ​ຮ່ວມ​ກົມ​ກອງ.”

 

ຂ່າວ/ບົດ​ອື່ນ