ລະນຶກ 63 ປີແຫ່ງວັນມູນເຊື້ອ ຂອງນັກຮຽນ, ນັກສຶກສາ ຫວຽດນາມ

ລະນຶກ 63 ປີແຫ່ງວັນມູນເຊື້ອ       ຂອງນັກຮຽນ, ນັກສຶກສາ ຫວຽດນາມ - ảnh 1
​​ນັກຮຽນ, ນັກ​ສຶກສາ ໄຊງ່ອນໃນເມື່ອກ່ອນແຫ່ຂະບວນປະທ້ວງ
ພາບເອກະສານ:internet


(vovworld) - ​ ​ວັນ​ທີ 9/1, ​ແມ່ນ​ວັນ​ລະນຶກ 63 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ຂອງ​ນັກຮຽນ, ນັກ​ສຶກສາ ຫວຽດນາມ. ກອ່ນນີ້ 63 ປີ, ຄື​ວັນ​ທີ 9/1/1950, ຂະ​ບວນຊາວ​ຫນຸ່ມກູ້​ຊາດ ​ແລະ ຄະນະ​ນັກຮຽນ ​ໄຊ​ງ່ອນ - ​ເຈີ້​ເລີ​ນ(ຕະຫລາດ​ໃຫຍ່) ​ໄດ້​ຂົນຂວາຍ ​ແລະ ຈັດ​ຕັ້ງ​ໃຫ້​​ນັກຮຽນ, ນັກ​ສຶກສາກ​ວ່າ 2.000 ຄົນ​ຢູ່ບັນດາ​ໂຮງຮຽນ ພ້ອມ​ກັບ​ຄູ​ອາຈານຫລາຍ​ຄົນ ​ແລະ ປະຊາຊົນ ​ໄຊ​ງ່ອນ - ​ເຈີ້​ເລີ​ນ ​ແຫ່​ຂະ​ບວນຮຽກຮ້ອງ​ຮັບປະກັນ​ຄວາມ​ປອດ​ໄພ​ໃຫ​້​ແກ່​ນັກຮຽນ, ນັກ​ສຶກສາ​ເພື່ອ​ຮຳ່ຮຽນ ​ແລະ ປ່ອຍ​ຕົວ​ບັນດາ​ນັກຮຽນ, ນັກ​ສຶກສາ​ທີ່​ຖືກ​ຈັບ​ຕົວ ​ແລະ ​ເປີດ​ໂຮງຮຽນ​ຄືນ​ໃຫມ່. ຜູ້​ແຫ່​ຂະ​ບວນປະ​ທ້ວງ​ດັ່ງກ່າວ​ຖືກ​ປາບ​ປາມ​ທໍລະມານ. ​ເຫດການ​​ເມື່ອ​ວັນ​ທີ 9/1/1950 ​ແລະ ຈິດ​ໃຈ​ຕໍ່ສູ້​ອັນ​ພິລະ​ອາດ​ຫານ ​ກໍ​ຄືການເສຍສະຫລະຊີວິດ​ຂອງ​ນັກ​ສຶກສາ ​ເຈີ​ນວັນ​ເຍີນ ​ໄດ້​​ເຮັດ​ນັກຮຽນ, ນັກ​ສຶກສາ ​ແລະ ປະຊາຊົນ ​ໄຊ​ງ່ອນ - ​ເຈີ້ນ​ເລີ​ນ​​ໃນເມື່ອ​ກ່ອນ​ມີ​ຄວາມ​ຄຽດແຄ້ນ​ສັດຕູ​ ​ແລະ ມີ​ເຈດ​ຈຳນົງ​​ເດັດ​ດ່ຽວຕໍ່ສູ້​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝລັ່ງ​ໃນ​. ​ດ້ວຍ​ເຫດການ​ດັ່ງກ່າວ, ກອງ​ປະຊຸມ​ໃຫຍ່​ທົ່ວ​ປະ​ເທດ​ສະຫະພັນ​ຊາວ​ຫນຸ່ມ ຫວຽດນາມ ຄັ້ງທີ 1 ​ເດືອນ 2/1950 ຢູ່ ຫວຽດບັກ (ໝາຍ​ເຖິງ​ທາງ​ທິດ​ເຫນືອ ຫວຽດນາມ) ​ໄດ້​ຕົກລົງຖືກ​ເອົາ​ວັນ​ທີ 9/1 ປະຈຳ​ປີ ​ເປັນ​ວັນ​ມູນ​ເຊື້ອ​ຂອງ​ນັກຮຽນ, ນັກ​ສຶກສາ ຫວຽດນາມ.

 

 

 

 

 

ຂ່າວ/ບົດ​ອື່ນ