ຕຳຫຼວດ 2 ຄົນມີໜ້າຢູ່ບ່ອນເກີດເຫດ
(ພາບ: AFP)
(vovworld) – ລະເບີດ 2 ຄັ້ງໄດ້ເຮັດໃຫ້ເຂດໜຶ່ງຢູ່ ສ. Dagestan ຂຶ້ນກັບລັດເຊຍ ສັ່ນສະເທືອນໃນຕອນຄຳ່ວັນທີ 18/1, ພາໃຫ້ 7 ຄົນຖືກບາດເຈັບ. ເຫດລະເບີດໄດ້ແນ່ໃສ່ຮ້ານອາຫານແຫ່ງໜຶ່ງຢູ່ນະຄອນຫຼວງ Makhachkala. ຕາມແຫຼ່ງຂ່າວໃນເບື້ອງຕົ້ນແລ້ວ, ບັນດາພວກບຸກໂຈມຕີໄດ້ຖິ້ມລະເບີດໃສ່ຮ້ານອາຫານແຫ່ງນັ້ນ ແລະ ວາງລະເບີດໃນລົດໂອໂຕຄັ້ນໜຶ່ງຢູ່ໃກ້ໆນັ້ນ.
ເຫດວາງລະເບີດເກີດຂຶ້ນພາຍຫຼັງຊ່ອງໂທລະພາບແຫ່ງລັດໄດ້ຖ່າຍທອດການຕອບສຳພາດຂອງທ່ານປະທານາທິບໍດີ ລັດເຊຍ Vladimir Putin ກ່ຽວກັບຄວາມມານະພະຍາຍາມຕ້ານກໍ່ການຮ້າຍຂອງລັດເຊຍ ກ່ອນງານມະຫາກຳກິລາ Sochi ພຽງ 2 – 3 ນາທີ. ທ່ານກໍ່ຮຽກຮ້ອງໃຫ້ປະຊາຄົມໂລກພ້ອມກັນປະຕິບັດບັນດາຄວາມມານະພະຍາຍາມໃນການຕໍ່ສູ້ຕ້ານກໍ່ການຮ້າຍ.
ເດືອນກ່ອນ, ຢູ່ນະຄອນ Volgograd ໃກ້ກັບແຂວງ Sochi ກໍ່ໄດ້ເກີດການວາງລະເບີດສະຫຼະຊີບຄັ້ງຕ່າງໆຢູ່ສະຖານີລົດໄຟ ແລະ ລົດໄຟຟ້າ, ເຮັດໃຫ້ຢ່າງໜ້ອຍສຸດ 34 ຄົນເສຍຊີວິດ ແລະ ກ່ວາ 100 ຄົນຮັບບາດເຈັບ, ອັນໄດ້ພາໃຫ້ລັດເຊຍ ຕ້ອງເພີ່ມທະວີບັນດາມາດຕະການປ້ອງກັນຄວາມສະຫງົບເພື່ອຮັບປະກັນຄວາມປອດໄພໃນໂອກາດຈັດຕັ້ງງານມະຫາກຳກິລາຈະມາເຖິງ.