ລາຄານ້ຳມັນຫລຸດລົງລະດັບຕ່ຳສຸດໃນຮອບ11ປີ

ລາຄານ້ຳມັນຫລຸດລົງລະດັບຕ່ຳສຸດໃນຮອບ11ປີ - ảnh 1
(ພາບປະກອບ)

(vovworld) – ລາຄາ​ນ້ຳມັນ Brent ທະ​ເລ​ເໜືອ ຕະຫລາດ​ຫລັກ​ຊັບ ລອນ​ດອນ ​ໃນ​ວັນ​ທີ 06/01 ​ໄດ້​ຫລຸດ​ລົງ​ຢ່າງແຮງ, ​ໂດຍ​ລະອຽດ, ລາຄາ​ນ້ຳມັນ Brent ​ໃນ​ເດືອນ 2/2016 ​ຫລຸດ​ລາຄາ​ລົງ​ເຫຼືອ​ພຽງ 34,83 USD/ຖັງ, ​ເຊິ່ງ​ແມ່ນລະດັບ​ຕ່ຳ​ສຸດ​ນັບ​ແຕ່​ວັນທີ 01/7/2004. ລາຄາ​ນ້ຳມັນ​ຖື​ກຜົນ​ກະທົບຈາກສະພາບປະລິມານ​ນ້ຳມັນສະໜອງຫລາຍ​ໂພດ ​ແລະ ຄວາມ​ເຄັ່ງ​ຕຶງ​ໃນ​ການ​ພົວພັນ​ລະຫວ່າງ ອາຣັບບີ ຊາ​ອຸຸດິ ​ແລະ ອີຣານ ​​ເຊິ່ງແມ່ນ 2 ປະ​ເທ​ດສົ່ງ​ອອກ​ນ້ຳມັນ​ດິບຕົ້ນຕໍຂອງ​ໂລກ. ຕາມ​ວົງ​ການ​ນັກ​​ໄຈ້​ແຍກ​ແລ້ວ, ຄວາມ​ເຄັ່ງ​ຕຶງ​ດ້ານ​ການ​ເມືອງ​ລະຫວ່ງ ອາຣັບບີ ຊາ​ອຸດິ ​ແລະ ອີຣານ ຈະ​ເຮັດ​ໃຫ້​ສະພາບປະລິມານ​ນ້ຳມັນສະໜອງ​​ໃນ​ຕະຫລາດ​ຫລາຍ​ເກີນ​ໄປ, ​ເມື່ອ ອີຣານ ຈະ​ເພີ່ມ​ປະລິມານການ​ຜະລິດ ຍ້ອນຄຳ​ສັ່ງ​​ລົງ​ໂທດ​ຂອງ​ຝ່າຍ​ຕາ​ເວັນ​ຕົກ​ຖືກ​ຍຸບເລີກ, ​ໃນ​ຂະນະ​ທີ່ ອາຣັບບີ ຊາ​ອຸດິ ​ຈະ​ຍົກ​ປະລິມານການ​ຜະລິດ​ນ້ຳມັນ​ຕື່ມ​ອີກ ​ເພື່ອ​ຮັກສາອັດຕາ​ສ່ວນ​ໃນຕະຫລາດ​ຈຳ​ໜ່າຍ

ຂ່າວ/ບົດ​ອື່ນ