(vovworld) - ລາງວັນຊະນະເລີດມວຍ Vovinam ໂລກຄັ້ງທີ 4 2015 ຈະດຳເນີນໃນລະຫວ່າງວັນທີ 30/7-1/8 ຢູ່ອານເຊຣີ ດ້ວຍການເຂົ້າຮ່ວມຂອງເຈົ້າໜ້າທີ່, ນັກກຳມະການ, ນັກກິລາ 250. ບັນດານັກກິລາມາຈາກ 20 ປະເທດ, ໃນນັ້ນຄະນະຫວຽດນາມມີ 20ຄົນ ຈະເຂົ້າຮ່ວມການແຂ່ງຂັນໃນ 74 ລາຍການ. ນັກຕີມວຍ ຫວໍແຢງຫາຍ, ເລຂາທິການໃຫຍ່ສະຫະພັນມວນ Vovinam ໂລກ, ເນັ້ນໜັກວ່າ, ນີ້ຈະແມ່ນໂອກາດທີ່ດີເພື່ອໂຄສະນາກິລາປະເພດມວຍຫວຽດນາມ ກໍ່ຄືວັດທະນະທຳທີ່ຍອດຍິ່ງຂອງຫວຽດນາມ ເຖິງເພື່ອນມິດຢູ່ໂລກ.
ໃນຂອບເຂດ ລາງວັນຊະນະເລີດມວຍ Vovinam ໂລກຄັ້ງນີ້ ກໍ່ດຳເນີນກອງປະຊຸມຄະນະບໍລິຫານງານສະຫະພັນ Vovinam, ໂລກ (WVVF) ປີ 2015 ເພື່ອແນໃສ່ສະຫຼຸບ, ຕີລາຄາຜົນແຫ່ງການປະຕິບັດໃນໄລຍະຜ່ານມາ ແລະ ປຶກສາຫາລືທິດທາງພັດທະນາຂອງ Vovinam ຢູ່ໂລກ.