(VOVWORLD) - ລາງວັນນີ້ໂດຍຄະນະກຳມະການປະຊາຊົນແຂວງ ລາຍເຈົາ, ກົມໃຫຍ່ກິລາກາຍຍະກຳ, ໜັງສືພິມ ຕ່ຽນຟອງ, ສະຫະພັນແລ່ນ ແລະ ລານ ຫວຽດນາມ ສົມທົບກັນຈັດຂຶ້ນ.
ພາບປະກອບ |
ລາງວັນຊິງຊະນະເລີດລະດັບຊາດ Marathon ແລະ ໄລຍະຍາວຂອງໜັງສຶພິມ ຕ່ຽນຟອງ ຄັ້ງທີ 64 ປີ 2023 (Tien Phong Marathon 2023) ຈະຈັດຂຶ້ນໃນວັນທີ 24 – 26 ມີນາ ຢູ່ນະຄອນ ລາຍເຈົາ, ແຂວງ ລາຍເຈົາ.
ລາງວັນນີ້ໂດຍຄະນະກຳມະການປະຊາຊົນແຂວງ ລາຍເຈົາ, ກົມໃຫຍ່ກິລາກາຍຍະກຳ, ໜັງສືພິມ ຕ່ຽນຟອງ, ສະຫະພັນແລ່ນ ແລະ ລານ ຫວຽດນາມ ສົມທົບກັນຈັດຂຶ້ນ. ບັນດານັກກິລາຈະໄດ້ແລ່ນຜ່ານໄລຍະທາງທີ່ເປັນເອກະລັກສະເພາະທີ່ສຸດຢູ່ ຫວຽດນາມ, ຈະໄດ້ຮັບປະທານບັນດາອາຫານທີ່ເປັນເອກະລັກສະເພາະຂອງປະຊາຊົນທ້ອງຖິ່ນ.
ລາງວັນຊິງຊະນະເລີດລະດັບຊາດ Marathon ແລະ ໄລຍະຍາວຂອງໜັງສືພິມ ຕ່ຽນຟອງ ແມ່ນການແຂ່ງຂັນຍອດຢ້ຽມ ທີ່ມີມາແຕ່ດົນນານທີ່ສຸດຂອງຂະແໜງກິລາ ຫວຽດນາມ, ໄດ້ຮັບການຈັດຂຶ້ນເປັນຄັ້ງທຳອິດໃນປີ 1958 ຢູ່ ຮ່າໂນ້ຍ.