ລາງວັນ Nobel ສັນຕິພາບ 2020, ເຊີດຊູໂຄງການທັນຍາຫານໂລກ

(VOVWORLD) -ນີ້ແມ່ນລາງວັນ Nobel ທີ 5 ທີ່ໄດ້ຮັບການປະກາດໃນການແຂ່ງຂັນຊີງລາງວັນ Nobel ປີ 2020.

ລາງວັນ Nobel ສັນຕິພາບ 2020, ເຊີດຊູໂຄງການທັນຍາຫານໂລກ - ảnh 1 ລາງວັນ Nobel ສັນຕິພາບ 2020 ແມ່ນຂຶ້ນກັບໂຄງການທັນຍາຫານໂລກ (WFP) ຂອງສະຫະປະຊາຊາດ

(ພາບ: WFP)

ວັນທີ 09 ຕຸລາ, ຄະນະກຳມະການ Nobel ນອກແວ ຢູ່ Oslo ໄດ້ປະກາດລາງວັນ Nobel ສັນຕິພາບ 2020 ແມ່ນຂຶ້ນກັບໂຄງການທັນຍາຫານໂລກ (WFP) ຂອງສະຫະປະຊາຊາດ. ນີ້ແມ່ນລາງວັນ Nobel ທີ 5 ທີ່ໄດ້ຮັບການປະກາດໃນການແຂ່ງຂັນຊີງລາງວັນ Nobel ປີ 2020.

        ລາງວັນ Nobel ສັນຕິພາບ 2020 ທີ່ໄດ້ມອບໃຫ້ WFP ຍ້ອນມີຄວາມມານະພະຍາຍາມຕ້ານໄພອຶດຫິວ, ມີການປະກອບສ່ວນເຂົ້າໃນການປັບປຸງບັນດາເງື່ອນໄຂທີ່ດີກວ່າໃຫ້ແກ່ສັນຕິພາບຢູ່ບັນດາເຂດຖືກຜົນສະທ້ອນຈາກການປະທະກັນ, ພ້ອມທັງສວມບົດບາດແມ່ນກຳລັງໜູນໃນຄວາມມານະພະຍາຍາມສະກັ້ນກັ້ນການນຳໃຊ້ໄພອຶດຫິວຄືດັ່ງອາວຸດຂອງສົງຄາມ ແລະ ການປະທະກັນ. ພ້ອມກັດນັ້ນ, WFP ຍັງສວມບົດບາດສຳຄັນໃນການຮ່ວມມືຫຼາຍຝ່າຍ ເພື່ອແນໃສ່ຫັນການຄ້ຳປະກັນດ້ານສະບຽງອາຫານໃຫ້ກາຍເປັນເຄື່ອງມືສັນຕິພາບ ແລະ ໄດ້ປະກອບສ່ວນຢ່າງແຮງໃນການຂົນຂວາຍບັນດາປະເທດສະມາຊິກສະຫະປະຊາຊາດ ຕ້ານຄືນການນຳໃຊ້ໄພອຶດຫິວໃຫ້ ເປັນອາວຸດສົງຄາມ ແລະ ປະທະກັນ.

        Nobel ສັນຕິພາບ ແມ່ນລາງວັນທີ່ໄດ້ມອບປະຈຳປີໃຫ້ແກ່ບັນດາສ່ວນບຸກຄົນ ຫຼື ໝູ່ຄະນະທີ່ມີການປະກອບສ່ວນຢ່າງໃຫຍ່ຫຼວງໃຫ້ແກ່ພື້ນຖານສັນຕິພາບໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ