ພາບປະກອບ
(vovworld) - ວັນທີ 18/10, ວາລະສານກໍ່ສ້າງພັກ ແລະ ແຂວງກວາງຫງາຍ ໄດ້ສົມທົບກັນຈັດຕັ້ງລາຍການກຸສົນ “ຫົວໃຈທະເລໃນເກາະຫຼີເຊີນ“ ເພື່ອແນໃສ່ຕອບບຸນແທນຄຸນຜູ້ທີ່ປົກປັກຮັກສາທະເລໝູ່ເກາະລຸ້ນຕ່າງໆ. ລາຍການລວມມີການເຄື່ອນໄຫວຕ່າງໆເຊັ່ນ: ພິທີພາວະນາໃຫ້ “ປະເທດມີຄວາມສະຫງົບ, ປະຊາຊົນມີຄວາມປອດໄພ“ ຢູ່ວັດ ຕື່ກວາງ, ຕາແສງອານຫາຍ, ພິທີລອຍກະໂທງເພື່ອຕອບບຸນແທນຄຸນບັນດາວິລະຊົນ, ນັກຮົບທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ… ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງໄດ້ມອບຂອງຂວັນ 336 ພູດ, ລວມມູນຄ່າກວ່າ 300 ລ້ານດົ່ງໃຫ້ບັນດາຊາວປະມົງທີ່ໄດ້ຕິດພັນກັບທະເລຮ່ວາງຊາ ແລະ ເຈື່ອງຊາ, ຄອບຄົວນະໂຍບາຍ, ເດັກກຳພ້າ, ເດັກພິການ.