(vovworld)- ວັນທີ 6/11, ຢູ່ສູນກະຈາຍສຽງແຫ່ງຊານທີ່ເຮືອນເລກທີ 58 ຖະຫນົນ ກວານຊື ຮ່າໂນ້ຍ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຈັດຕັ້ງພິທີປະກາດ ລາຍການກະຈາຍສຽງພາກພາສາ ອັງກິດ 24/7. ເຂົ້າຮ່ວມພິທີປະກາດ ມີຜູ້ຕາງຫນ້າຄະນະໂຄສະນາສຶກສາສູນກາງ, ກະຊວງການຕ່າງປະເທດ, ກະຊວງຖະແຫລງຂ່າວ ແລະ ສື່ສານ ພ້ອມດ້ວຍຜູ້ຕາງຫນ້າສະຖານທູດຂອງບາງປະເທດຢູ່ຫວຽດນາມ.
ທ່ານນາງທອງມີ ດວນສັກດາ, ຮອງທີ່ປຶກສາ ການສຶກສາວັດທະນະທຳ ລາວປະຈຳຮ່າໂນ້ຍ ພ້ອມດ້ວຍການນຳVOV ແລະ ແຂກຖືກເຊີນ ກົດປຸ່ມ
|
ລາຍການກະຈາຍສຽງພາກພາສາອັງກິດ 24/7 ໄດ້ອອກອາກາດນັບແຕ່ວັນທີ 01/10/2015 , ແມ່ນລາຍການກະຈາຍສຽງພາກພາສາອັງກິດ ທຳອິດ ຢູ່ຫວຽດນາມ ທີ່ອອກອາກາດຕະຫລອດ 24 ຊົ່ວໂມງ ຂອງທຸກໆວັນໃນສັບປະດາ, ເພື່ອຮັບໃຊ້ຜູ້ຟັງຮູ້ພາສາ ອັງກິດ ຢູ່ ພາຍໃນປະເທດ ແລະ ໃນໂລກ. ກ່າວຄຳເຫັນນະພິທີ, ທ່ານ ຫວູຫາຍ, ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ໃຫ້ຮູ້ວ່າ:
“ໃນສະເພາະຫນ້າ, ລາຍການກະຈາຍສຽງພາກພາສາອັງກິດ ອອກອາກາດແຕ່ 6ໂມງ ຮອດ 24 ໂມງ ຜ່ານລະບົບ FM ໃນຄວາມຖີ່ 104 mHz ຢູ່ ຮ່າໂນ້ຍ ແລະ ອອກທາງສື່ເອເລັກໂຕນິກຂອງວິທະຍຸກະຈາຍສຽງຫວຽດນາມ (vov.vn) ແລະ ຫນ້າເວັບຂອງລະບົບກະຈາຍສຽງພາກພາສາຕ່າງປະເທດ (vovworld.vn). ເນື້ອໃນຕົ້ນຕໍແມ່ນໂຄສະນາກ່ຽວກັບຜົນງານແຫ່ງກິດຈະການປ່ຽນແປງໃຫມ່, ນະໂຍບາຍກົດໝາຍຂອງລັດ, ກໍຄືແນະນຳສະພາບການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ, ກິລາ, ປະເທດຊາດ, ຮີດຄອງປະເພນີ….ຂອງຫວຽດນາມ.”
ກ່າວຄຳເຫັນທີ່ພິທີ, ທ່ານ ເຈືອງມີງຕວນ, ລັດຖະມົນຕີຊ່ວຍວ່າການກະຊວງຖະແຫລງຂ່າວ ແລະ ສື່ສານ ຫວຽດນາມ ໄດ້ຢືນຢັນວ່າ:
“ໃນທ່າອ່ຽງພັດທະນາສື່ມວນຊົນຫລາຍຮູບການ, ວິທະຍຸກະຈາຍສຽງຫວຽດນາມ ແມ່ນຫນຶ່ງໃນບັນດາອົງການສືີ່ມວນຊົນໃຫຍ່ຂອງລັດ. ພວກຂ້າພະເຈົ້າຕີລາຄາສູງບົດບາດຂອງວິທະຍຸກະຈາຍສຽງຫວຽດນາມ. ຜ່ານ ລາຍການກະຈາຍສຽງພາກພາສາອັງກິດ 24/7 , ພາບພົດ, ສຽງເວົ້າ ແລະ ສະພາບການຢູ່ ຫວຽດນາມ ຈະໄດ້ແນະນຳເຖິງເພື່ອນມິດໃນທົ່ວໂລກ. “