ລາຍ​ການ​ບຸນ​ເຕັດ​ແຫ່ງຄວາມ​ເມດ​ຕ​າ​ ຄັ້ງ​ທີ 4 ປີ 2022

(VOVWORLD) -ລາຍການ “ບຸນເຕັດແຫ່ງຄວາມເມັດຕາ 2022” ຢູ່ແຂວງ ລ້າງເຊີນ ໄດ້ດຳເນີນໃນ ລະຫວ່າງ ວັນທີ 14 – 15 ມັງກອນ, ດ້ວຍການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ, ລວມມີ: ການປິ່ນປົວພະຍາດ ແລະ ສະໜອງຢຸກຢາໂດຍບໍ່ເສຍຄ່າ ໃຫ້ແກ່ 500 ຄອບຄົວທຸກຍາກ, ຢື້ຢາມຖາມຂ່າວມອບຂອງຂວັນບຸນເຕັດ ໃຫ້ແກ່ບາງຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ...
ລາຍ​ການ​ບຸນ​ເຕັດ​ແຫ່ງຄວາມ​ເມດ​ຕ​າ​ ຄັ້ງ​ທີ 4 ປີ 2022 - ảnh 1ລາຍການ “ບຸນເຕັດແຫ່ງຄວາມເມດຕາ” (ພາບ: ຄະນະຈັດຕັ້ງ)

ຕອນບ່າຍວັນທີ 15 ມັງກອນຢູ່ ຕາແສງ ເຍິດຮ່ວາ, ເມືອງ ບັກເຊີນ, ແຂວງລ້າງເຊີນ, ສູນໂທລະພາບ ມະນຸດສະທຳ ສົມທົບກັບຄະນະພັກແຂວງ, ຄະນະກຳມະການປະຊາຊົນແຂວງ ລ້າງເຊີນ, ສະພາກາແດງ ແຂວງລ້າງເຊີນ ແລະ ບັນດາຜູ້ອຸປະຖຳສົມທົບກັນ ໄຂລາຍການ “ບຸນເຕັດແຫ່ງຄວາມເມດຕາ” ໃຫ້ແກ່ຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ, ຜູ້ປະສົບເຄາະຮ້າຍຈາກທິດພິດສີສົ້ມ ຢູ່ເມືອງ ບັກເຊີນ.

ລາຍການ “ບຸນເຕັດແຫ່ງຄວາມເມັດຕາ 2022” ຢູ່ແຂວງ ລ້າງເຊີນ ໄດ້ດຳເນີນໃນ ລະຫວ່າງ ວັນທີ 14 – 15 ມັງກອນ, ດ້ວຍການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ, ລວມມີ: ການປິ່ນປົວພະຍາດ ແລະ ສະໜອງຢຸກຢາໂດຍບໍ່ເສຍຄ່າ ໃຫ້ແກ່ 500 ຄອບຄົວທຸກຍາກ, ຢື້ຢາມຖາມຂ່າວມອບຂອງຂວັນບຸນເຕັດ ໃຫ້ແກ່ບາງຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ, ຄະນະຈັດຕັ້ງ ລາຍການກໍ່ໄດ້ມອບຂອງຂວັນ 10 ພູດຂອງທ່ານປະທານປະເທດ ໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍໃນບລິເວນເມືອງ, ມອບຂອງຂວັນບຸນເຕັດໃຫ້ແກ່ 500 ຄອບຄົວທຸກຍາກ, ຄອບຄົວເປົ້າໝາຍນະໂຍບາຍ; ມອບທຶນການສຶກສາໃຫ້ແກ່ນັກຮຽນທຸກຍາກຜ່ານຜ່າຄວາມຫຍຸ້ງຍາກ… ຍອດມູນຄ່າຂອງລາຍການ “ບຸນເຕັດແຫ່ງຄວາມເມດຕາ” ປີ 2022 ແມ່ນຫຼາຍກ່ວາ 2 ຕື້ດົ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ