ລາຍການພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວລະຫວ່າງ ແຂວງ Thua Thien Hue - ລາວ

ລາຍການພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວລະຫວ່າງ ແຂວງ Thua Thien Hue - ລາວ - ảnh 1
ລາຍການ​ພົບ​ປະ​ແລ​ກປ່ຽນ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ
(ພາບ: chinhphu.vn)


(vovworld) -     ຕອນ​ຄໍ່າ​ວັນ​ທີ 13/9, ​ໄດ້​ດຳ​ເນີນລາຍການ​ພົບ​ປະ​ແລ​ກປ່ຽນ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ລະຫວ່າງ​ແຂວງ Thua Thien Hue ​ແລະ​ບັນດາ​ແຂວງ​ຂອງ​ລາວ​ຄື: ສາລະ​ວັນ, ​ເຊ​ກອງ ຂອງ​ລາວ ຢູ່​ນະຄອນ​ Hue, ​ໃນ​ຂອບ​ເຂດ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ​ປີ​ສາ​ມັກ​ຄີ​ມິດຕະພາບ​ຫວຽດນາມ - ລາວ 2012. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ເລຂາ​ຄະນະ​ພັກ​ແຂວງ Thua Thien Hue, Nguyen Ngoc Thien ຊີ້​ແຈງວ່າ ດັ່ງກ່າວ​ແມ່ນ​ນອນໃນ​ຂອບ​ເຂດ​ແຜນການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽງ​ເຂດ​ຊາຍ​ແດນ​ຫວຽດນາມ - ລາວ 2012 ຂອງ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ສາມັກຄີ​ມິດຕະພາບ​ລະຫວ່າງ​ຫວຽດນາມ - ລາວ. ລາຍ​ການ​ໄດ້​ປະກອບສ່ວນ​ຊຸກຍູ້​ການ​ຮ່ວມ​ມື ​ແລະ ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ, ​ໂດຍ​ສະ​ເພາະ​ແມ່ນ​ເຂດ​ຊາຍ​ແດນ​ເພື່ອ​ພັດທະນາ​ເສດຖະກິດ, ວັດທະນະທຳ, ສັງຄົມ, ການທ່ອງທ່ຽວ, ປົວ​ແປງ ​ແລະ ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດຖຸ, ຈິດ​ໃຈ​ໃຫ້​ແກ່​ປະຊາຊົນ​ບັນດາ​ເຜົ່າ, ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ, ປ້ອງ​ກັນຊາ​ດ, ສ້າງ​ເສັ້ນ​ຊາຍ​ແດນ​​ແຫ່ງສັນຕິ​ພາບ, ສະຖຽນ​ລະ​ພາບ, ໝັ້ນ​ຄົງ ​ແລະ ພັດທະນາ. ລາຍການ​ພົບ​ປະ​ແລກປ່ຽນຄວາມ​ສາມັກຄີ​ມິດຕະພາບ​ລະຫວ່າງ​ຫວຽດນາມ - ລາວ ປີ 2012, ​ແຂວງ Thua Thien Hue ​ແລະ ບັນດາ​ແຂວງ ສາລະວັນ​, ​ເຊ​ກອງ ຈະ​ດຳ​ເນີນ​ໄປ​ຮອດ​ວັນ​ທີ 15/9 ຈຶ່ງ​ຈະ​ອັດ​ລົງ, ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ອຸດົມສົມ​ບູນ.

ຂ່າວ/ບົດ​ອື່ນ