ລາຍການພົບປະແລກປ່ຽນສີລະປະດ້ວຍຫົວຂໍ້ວ່າ ຫວຽດນາມ ເຂັ້ມແຮງດ້ວຍທະເລ, ຮັ່ງມີຈາກທະເລ

ລາຍການພົບປະແລກປ່ຽນສີລະປະດ້ວຍຫົວຂໍ້ວ່າ ຫວຽດນາມ ເຂັ້ມແຮງດ້ວຍທະເລ, ຮັ່ງມີຈາກທະເລ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ Hoang Trung Hai ກ່າວ​ຄຳ​ເຫັນ​ທີ່​ພິທີ
( ພາບ: .chinhphu.vn )


( vovworld ) -   ຕອນ​ຄໍ່າ​ວັນ​ທີ 8/6, ຢູ່​ແຂວງ​ບ່າ​ເຮີຍ ຫວູງ​ເຕົ່າ, ​ໄດ້​ດຳ​ເນີນລາຍການ​ພົບ​ປະ​ແລກປ່ຽນ​ສີ​ລະ​ປະ​ດ້ວຍ​ຫົວ​ຂໍ້​ວ່າ “ ຫວຽດນາມ​​​ເຂັ້ມ​ແຮງດ້ວຍ​ທະ​ເລ, ຮັ່ງມີ​ຈາກ​ທະ​ເລ ”. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຕົ້ນ​ຕໍ່​ຂອງ​ສັບປະ​ດາ​ທ​ະ​ເລ ​ແລະ ​ໝູ່​ເກາະ​ຫວຽ​ດນາມ 2012 ​ແລະ ກໍ່​ແມ່ນ​ການ​ເຄື່ອນ​ໄຫວ​ສິ້ນ​ສຸດ​ສັບ​ປະດາ​ທະ​ເລ ​ແລະ ​ໝູ່​ເກາະ​ຫວຽ​ດນາມ 2012 ​ໂດຍ​ກະຊວງ​ຊັບພະຍາກອນ​ສິ່ງ​ແວດ​ລ້ອມ, ກົມ​ໃຫຍ່​ທະ​ເລ ​ແລະ ໝູ່​ເກາະ​ຫວຽ​ດນາມ ​ແລະ ຄະນະ​ກຳມະການ​ປະຊາຊົນ​ແຂວງບາ​ເຮີ້ຍ ຫວູງ​ເຕົ່າ ຈັດ​ຕັ້ງ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ Hoang Trung Hai ​ໄດ​້​ເນັ້ນ​ໜັກ​ວ່າ “ ນີ້​ແມ່ນ​ໂອກາດ​ເພື່ອ​ຢືນຢັນ​​ເຈດ​ຈຳນົງຕັດສິນ​ໃຈປົກ​ປັກ​ຮັກສາ​ບັນດາ​ເຂດ​ທະ​ເລ, ໝູ່​ເກາະ​ທີ່​ສັກກະ​ຫຼະບູ​ຊາຂອງ​ປະ​ເທດ​ຊາດ; ຕອບ​ສະໜອງ​​ການ​ເຄື່ອນ​ໄຫວຕ່າງໆ​ໃນການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຮັກສາສິ່ງແວດລ້ອມທະເລເພື່ອການພັດທະນາ​ແບບ​ຍື່ນ​ຍົງຂອງທົ່ວໂລກ ”. ທ່ານ​ຮອງ​ນາຍົກລັດຖະມົນຕີ​ໃຫ້​ຮູ້​ວ່າ, ປະຈຸ​ບັນ​ບັນດາ​ຂະ​ແໜງ​ເສດຖະກິດ​ທະ​ເລ ​ແລະ ກ່ຽວຂ້ອງ​ເຖິງ​ທະ​ເລ ​ໄດ້​ປະກອບສ່ວນ 48% GDP. ຊ່ວຍ​ໃຫ້​ຫວຽ​ດນາມ​ສູ້​ຊົນ​ຮອດ​ປີ 2020 ​ເສດຖະກິດ​ທະ​ເລ​ຈະ​ປະກອບສ່ວນ​ແຕ່ 53 – 55% GDP, ​ແກ້​ໄຂ​ບັນດາ​ບັນດາ​ທາງ​ສັງຄົມ ປົວ​ແປງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ເປັນ​ຢ່າງ​ດີ, ພິ​ເສດ​ແມ່ນ​ປະຊາຊົນ​ເຂດ​​ແຄມ​ທະ​ເລ. ທ່ານ​ຮອງ​ນາຍົກລັດຖະມົນຕີ​ໄດ້ສະ​ເໜີ​ວ່າ ຕ​້ອງສຳ​ເລັດ​ກົນ​ໄກ​ນະ​​ໂຍບາຍ,​ ກົດໝາຍກ່ຽວ​ກັບ​ການ​ຄຸ້ມ​ຄອງຊັບພະຍາກອນ​ສິ່ງ​ແວ​ດລ້ອມ​ທະ​ເລ, ຮັກສາ ​ແລະ ຂຸດ​ຄົ້ນ​ຢ່າງ​ມີ​ປະສິດທິ​ຜົນ​ບັນດາ​ແຫຼ່ງຜົນ​ປະ​ໂຫຍດຈາກ​ທະ​ເລ ​ເພື່ອ​ແນ​ໃສ່​ບັນລຸ​ຈຸດໝາຍກາຍ​ເປັນ​ປະ​ເທດ​ເຂັ້ມ​ແຂງດ້ວຍ​ທະ​ເລ, ​​ຮັ່ງມີ​ຈາກ​ທະ​ເລ. ​ໄປ​ຄຽງ​ຄູ່​ກັນນັ້ນ, ຕ້ອງ​ຖື​ວຽກ​ງານ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ທະ​ເລ​ແມ່ນ​ໜ້າ​ທີ່​ອັນ​ດັບ​ໜຶ່ງ​ໃນ​ການ​ພັດທະນາ​ເສດຖະກິດ​ທະ​ເລ. ຕ້ອງ​ນຳ​ໃຊ້ບັນດາ​ຄວາມ​ກ້າວໜ້າ​ຂອງ​ວິທະຍາສາດ​ເພື່ອ​ຮັບ​ມື​ກັບບັນຫາ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ນ້ຳ​ທະ​ເລ​ຂຶ້ນ​ສູງ.. ວຽກ​ງານ​ໂຄສະນາ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ທະ​ເລ​ກໍ​ຄວນ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຫຼາຍກວ່າ…

ຂ່າວ/ບົດ​ອື່ນ