(ພາບ:baodientu.chinhphu.vn)
(VOV)- ເນື່ອງໃນໂອກາດສະເຫຼີມສະຫຼອງ 68 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ (22/12), ຕອນຄ່ຳວັນທີ 18/12, ຢູ່ຮ່າໂນ້ຍ, ໄດ້ຈັດລາຍການພົບປະແລກປ່ຽນ-ສະແດງສິລະປະ: “ບົກເພງໄຊດັ່ງກ້ອງກັງວານຕະຫຼອດໄປ“. ລາຍການໄດ້ວາດພາບຈຸດເວລາແຫ່ງປະຫັວດສາດອັນສະຫງ່າອົງອາດຂອງການຕໍ່ສູ້ໃນ 81 ວັນ ແລະ ຄືນເພື່ອປ້ອງກັນກຳແພງເກົ່າກວາງຈິ ຂອງທະຫານ ແລະ ປະຊາຊົນຫວຽດນາມ, 12 ວັນ ແລະ ຄືນໃນບັ້ນຮົບດ້ຽນບຽນຝູທາງອາກາດທີ່ເຕັມໄປດ້ວຍຄວາມທຸກຍາກລຳບາກ, ການເສຍສະຫຼະຂອງທະຫານ ແລະ ປະຊາຊົນຫວຽດນາມ. ຜູ້ຊົມຍັງໄດ້ແບ່ງປັນບັນດາຄວາມຊົງຈຳກ່ຽວກັບຊຸມເດືອນປີທີ່ສະຫງ່າງອົງອາດຂອງຊາດຜ່ານເລື່ອງລາວຂອງບັນດາຕົວພະຍານປະຫວັດສາດ. ດ້ວຍຫຼັກສິນທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ“, ລາຍການໄດ້ສະຫງວນຈຳນວນເງິນເກືອບ 3 ຕື້ດົ່ງເພື່ອກໍ່ສ້າງເຂດອະນຸສາວະລີນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ແຂວງກວາງຈິ, ມອບເຮືອນແຫ່ງສາຍຈິດມິດໃຈ 4 ຫຼັງ, ປຶ້ມບັນຊີເງິນຝາກປະຢັດ 70 ຫົວ, ຂອງຂວັນ 300 ພູດໃຫ້ແກ່ຍາດຕິພີ່ນ້ອງຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ແມ່ຫວຽດນາມວິລະຊົນ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ, ນັບຮົມເຈັບປ່ວຍສາຫັດປະສົບກັບຄວາມຫຍຸ້ງຍາກພິເສດ…