(vovworld) - ຕອນຄຳ່ວັນທີ 14/9, ທ່ານນາງຮອງປະທານປະເທດ ຫວຽດນາມ ຫງວຽນທິຢວານ ໄດ້ເຂົ້າຮ່ວມ ແລະ ມອບຂອງຂວັນໃຫ້ບັນດາເດັກນ້ອຍເປັນພະຍາດມະເຮັງເຂົ້າຮ່ວມລາຍການພົບປະແລກປ່ຽນສະແດງສີລະປະເພື່ອສ້າງຄັງໜູນຊ່ວຍເດັກນ້ອຍເປັນພະຍາດມະເຮັງ “ອະນາຄົດທີ່ສະຫວ່າງສະໄຫວ”. ລາຍການໂດຍກະຊວງສາທາລະນະສຸກ ສົມທົບກັບໂທລະພາບແຫ່ງຊາດ ຫວຽດນາມ ຈັດຕັ້ງ. ຜ່ານກ່ວາ 2 ປີແຫ່ງການຂົນຂວາຍ, ລາຍການ “ອະນາຄົດທີ່ສະຫວ່າງສະໄຫວ” ໄດ້ຮັບການສະໜັບສະໜູນຈາກບັນດາອົງການ, ບັນດາຜູ້ມີໃຈບຸນໃຈກຸສົນ. ນີ້ແມ່ນອົງການບໍ່ສະແຫວງຫາລາຍໄດ້ ແລະ ເຄື່ອນໄຫວໃນຂົງເຂດມະນຸດສະທຳ, ກຸສົນ ເພື່ອແນໃສ່ໜູນຊ່ວຍ, ເບິ່ງແຍງດູແລ, ປິ່ນປົວຄົນເຈັບຕິດພະຍາດມະເຮັງທີ່ທຸກຍາກໃນທົ່ວປະເທດ, ໜູນຊ່ວຍການກວດພົບໄວ, ປ້ອງກັນ ແລະ ປິ່ນປົວພະຍາດມະເຮັງບາງປະເພດໂດຍໄວ. ຄຽງຄູ່ກັນນັ້ນ, ກອງທຶນຍັງໜູນຊ່ວຍວຽກງານຄົ້ນຄ້ວາວິທະຍາສາດ ແລະ ບຳລຸງສ້າງກ່ຽວກັບຂົງເຂດພະຍາດມະເຮັງ ກໍ່ຄືປະກອບສ່ວນຍົກສູງຄຸນນະພາບປ້ອງກັນ, ຕ້ານພະຍາດມະເຮັງໃນທົ່ວປະເທດ.