ລາຍການສະແດງການຕຸກກະຕານ້ຳຫວຽດນາມຖືກສະແດງເປັນເທື່ອທຳອິດຢູ່ເຂດຕາເວັນອອກາງ
(ລາຍການສະແດງການຕຸກກະຕານ້ຳຫວຽດນາມ
ຖືກສະແດງເປັນເທື່ອທຳອິດຢູ່ເຂດຕາເວັນອອກາງ)
(vovworld) - ດ້ວຍການຊ່ວຍເຫຼືອຂອງບັນດານັກສິລະປິນຫວຽດນາມ ແລະ ການໜູນຊ່ວຍ ຂອງສະຖານທູດຫວຽດນາມ ປະຈຳອີຢິບ, ວັນທີ 12/05, ກົມສະແດງສິລະປະສັງກັດກະຊວງວັດທະນະທຳອີຍິບ ໄດ້ຈັດລາຍການສະແດງຕຸກກະຕານ້ຳຫວຽດນາມ ຕາມຮູບແບບອີຢິບ ເປັນເທື່ອທຳອິດຢູ່ເຂດຕາເວັນອອກາງ ແລະ ໂລກອາຣັບ. ເຂົ້າຮ່ວມລາຍການສະແດງມີທ່ານລັດຖະມົນຕີກະຊວງວັດທະນະທຳອີຢິບ Helmy El Namnam ແລະ ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອີຢິບ ໂດ້ຮ່ວາງລອງ. ເນື້ອໃນລາຍການສະແດງໄດ້ເລົ່າເລື່ອງບູຮານຂອງອີຢິບ ຜ່ານບັນດາສັດມົງຄຸນ ແລະ ຕົວລະຄອນທີ່ເປັນສັນຍາລັກໃນເລື່ອງລາວບູຮານຂອງອີຢິບ, ເຊິ່ງໄດ້ສະແດງອອກຢ່າງມີຊີວິດຊີວາດ້ວຍສີລະປະການສະແດງຕຸກກະຕານ້ຳຂອງຫວຽດນາມ. ນັກສິລະປິນ Mai Monab, ຜູ້ແຕ່ງບົດລະຄອນ, ຜູ້ກຳກັບການສະແດງ ແລະ ເຂົ້າຮ່ວມການສະແດງຕຸກກະຕານຳ້ ແບ່ງປັນວ່າ.
“ການສະແດງລະຄອນຕຸກກະຕານ້ຳຂອງຫວຽດນາມ ແມ່ນຮູບການສິລະປະທີ່ເປັນເອກະລັກສະເພາະພິເສດ ແລະ ໄດ້ສ້າງຄວາມເມົາມົວໃຫ້ແກ່ຂ້າພະເຂົ້າ. ຂ້າພະເຈົ້ານິຍົມພື້ນຖານວັດທະນະທຳຫວຽດນາມ ເວົ້າລວມ ແລະ ການສະແດງຕຸກກະຕານ້ຳເວົ້າສະເພາະ ສິ່ງດັ່ງກ່າວໄດ້ພາໃຫ້ຂ້າພະເຈົ້າເຖິງຮູບການສິລະປະ. ຂ້າພະເຈົ້າຫວັງວ່າ, ລະຄອນຕຸກກະຕານ້ຳກ່ຽວກັບເລື່ອງລາວບູຮານຂອງອີຢິບ ຈະຖືກສະແດງນີ້ຢູ່ຫວຽດນາມ ແລະ ຊາວຫວຽດນາມ ຈະນິຍົມສິ່ງດັ່ງກ່າວ.”