ລາຍການສະແດງສິລະປະ“ຫົວໃຈຫວຽດນາມ”ຕອບບຸນແທນຄຸນບັນດາວິລະຊົນຊາວໜຸ່ມຕະລຸມບອນ
ການສະແດງສິລະປະໃນລາຍການ
(vovworld) – ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງຂະບວນການ “ສາມກຽມພ້ອມ” (9/8/1964 – 9/8/2014) ແລະ 67 ປີ “ວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ” (27/7/1947 – 27/7/2014), ຕອນຄຳ່ວັນທີ 22/7, ຢູ່ຮ່າໂນ້ຍ, ຄະນະປະຈຳຄະນະຊາວໜຸ່ມກຸ່ມບັນດາອົງການສູນກາງສົມທົບກັບຄະນະຊາວໜຸ່ມກະຊວງຕຳຫຼວດ ໄດ້ຈັດຕັ້ງລາຍການສະແດງ ສີລະປະ “ຫົວໃຈຫວຽດນາມ”. ກ່າວຄຳເຫັນທີ່ລາຍການສະແດງ, ທ່ານ ຫງວຽນທ້ຽນເຍີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ປາດຖະໜາວ່າ: ຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ສືບຕໍ່ມີການເຄື່ອນໄຫວຫຼາຍຢ່າງເພື່ອເຕົ້າໂຮມ ແລະ ກໍ່ສ້າງລຸ້ນຊາວໜຸ່ມທີ່ມີຄຸນນະທາດການເມືອງ, ມີລະດັບສູງ, ຫົວຄິດປະດິດສ້າງຢ່າງແຮງ, ສືບຕໍ່ແມ່ນຖັນແຖວປະຈັນບານໃນຂົງເຂດຄົ້ນຄ້ວາວິທະຍາສາດ, ຜະລິດ, ດຳເນີນທຸລະກິດ. ທ່ານ ຫງວຽນທ້ຽນເຍີນ, ເນັ້ນໜັກວ່າ:
“ລາຍການນີ້ຈະປຸກລຸກໃຫ້ມູນເຊຶ້ື້ອຮັກຊາດ, ນ້ຳໃຈກຽມພ້ອມສະຫຼະຊີວິດເພື່ອປະເທດຊາດໃຫ້ແກ່ຊາວໜຸ່ມ ຫວຽດນາມ ນັບລ້ນຄົນທີ່ພວມເຮັດວຽກ, ຮຳ່ຮຽນຢູ່ບັນດາອົງການສູນກາງ, ກຳລັງປະກອບອາວຸດ ແລະ ຄະນະຊາວໜຸ່ມທັງຢູ່ພາຍໃນ ແລະ ຕ່າງປະເທດ. ໂດຍຕາງໜ້າໃຫ້ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ຂ້າພະເຈົ້າຍ້ອງຍໍຊົມເຊີຍບັນດາຂໍ້ລິເລີ່ມມານະພະຍາຍາມ, ຜົນງານເຊິ່ງຊາວໜຸ່ມກຸ່ມບັນດາອົງການສູນກາງ ແລະ ຕຳຫຼວດປະຊາຊົນໄດ້ຜັນຂະຫຍາຍ ແລະ ບັນລຸໄດ້ຜົນງານໃນໄລຍະຜ່ານມາ. ພວກເຮົາເຊື່ອໝັ້ນວ່າ, ລຸ້ນໜຸ່ມປະຈຸບັນຈະສືບທອດມູນເຊື້ອ ສາມກຽມພ້ອມຂອງ 50 ປີກ່ອນເພື່ອສ້າງສາປະເທດ ຫວຽດນາມ ໃຫ້ນັບມື້ນັບໃຫຍ່ໂຕໂອໂຖງ, ສວຍງາມກ່ວາຄືດັ່ງຄວາມມຸ້ງຫວັງຂອງລຸງໂຮ່ ທີ່ແສນເຄົາລົບຮັກ”