ລາຍການໜຶ່ງໃນລາຍການສະແດງສິລະປະ “ ຖະຫວາຍດອກໄມ້ຂຶ້ນຕໍ່ລຸງໂຮ່ ” |
Vovworld- ຕອນຄ່ຳ ວັນທີ 15/5 ຢູ່ຮ່າໂນ້ຍ, ໄດ້ດຳເນີນລາຍການສະແດງສິລະປະ “ ຖະຫວາຍດອກໄມ້ຂຶ້ນຕໍ່ລຸງໂຮ່ ” ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດຂອງເພິ່ນຄົບຮອບ 122 ປີ ແລະ ຂ່ຳນັບຊົມເຊີຍກອງປະຊຸມສະຫຼຸບ 1 ປີ ແຫ່ງການປະຕິບັດຄຳສັ່ງຂອງກົມການເມືອງກ່ຽວກັບການຍູ້ແຮງບັ້ນຂົນຂວາຍການຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມິນ. ທ່ານ Nguyen Phu Trong ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ , ທ່ານ Ngo Văn Du ປະທານຄະນະກຳມະການກວດກາສູນກາງພັກ , ທ່ານ Dinh The Huynh ຫົວໜ້າຄະນະໂຄສະນາສຶກສາສູນກາງ, ທ່ານນາງ Tong Thi Phong ຮອງປະທານສະພາແຫ່ງຊາດຫວຽດນາມ ໄດ້ເຂົ້າຮ່ວມລາຍການ. ໃນລາຍການດັ່ງກ່າວ, ທ່ານ Nguyen The Ky ຮອງ ຫົວໜ້າຄະນະໂຄສະນາສຶກສາສູນກາງ ໄດ້ເນັ້ນໜັກວ່າ :
“ ຄະນະຊີ້ນຳ ແລະ ສະພາມອບລາງວັນສະແດງຄວາມເຄົາລົບນັບຖືຮຽກຮ້ອງໃຫ້ອ້າຍເອື້ອຍນ້ອງນັກສິລະປີນ, ນັກຂ່າວ, ພໍ່ແມ່ພີນ້ອງ ສະຫາຍທັງຢູ່ພາຍໃນ ແລະ ພວມດຳລົງຊີວິດຢູ່ຕ່າງປະເທດຈົ່ງຕັ້ງໜ້າເຂົ້າຮ່ວມຊິ່ງລາງວັນ, ຍູ້ແຮງວຽກງານປະພັນ, ໂຄສະນາແນະນຳບົດປະພັນວັນນະຄະດີ, ສິລະປະ, ບົດໜັງສືພິມ ກ່ຽວກັບຫົວເລື່ອງ ຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມິນ ”
ພາຍຫຼັງພິທີປຸກລະດົມ, ແມ່ນໄດ້ດຳເນີນບັນດາລາຍການສະແດງສິລະປະ, ແນະນຳບັນດາບົດເພງກ່ຽວກັບຊີວິດ ແລະ ພາລະກິດຂອງ ປະທານໂຮ່ຈິມິນ.