ເພື່ອໂລກປອດ HIV/ໂລກເອດ
|
(vovworld)- ຕອນຄ່ຳວັນທີ 3/12, ຢູ່ຮ່າໂນ້ຍ, ກະຊວງສາທາລະນະສຸກຫວຽດນາມສົມທົບກັບຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ຈັດລາຍການສະແດງສິລະປະ “ ອ້ອມແຂນແຫ່ງຄວາມຮັກແພງມະນຸດດ້ວຍກັນ ” ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນປ້ອງກັນ ແລະ ຕ້ານການຕິດເຊື້ອ HIV/ໂລກເອດ ປີ 2015. ລາຍການແມ່ນໂອກາດເພື່ອຮັບຮູ້ການປະກອບສ່ວນອັນລ້ຳຄ່າຂອງບັນດາອົງການສາກົນ, ບັນດາຜູ້ໃຈບຸນໃຈກຸສົນທັງຢູ່ພາຍ ແລະ ຕ່າງປະເທດໃນກິດຈະການ ປ້ອງກັນ ແລະ ຕ້ານການຕິດເຊື້ອ HIV/ໂລກເອດ. ທ່ານ ຫງວຽນວັນສິວ ຮອງປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ເນັ້ນໜັກວ່າ :
“ ຂ້າພະເຈົ້າຮຽກຮ້ອງບັນດາພະແນກ, ຂະແໜງການ, , ອົງການຈັດຕັ້ງການເມືອງ, ສັງຄົມ, ອົງການຈັດຕັ້ງມະຫາຊົນ,, ບັນດາຜູ້ໃຈບຸນໃຈກຸສົນ ບໍ່ຈຳແນກການປະພຶດກັບຜູ້ ຕິດເຊື້ອ HIV/ໂລກເອດ, ເພີ່ມທະວີການໜູນຊ່ວຍວຽກງານ ປ້ອງກັນ ແລະ ຕ້ານການຕິດເຊື້ອ HIV/ໂລກເອດ ແລະ ໜູນຊ່ວຍ, ເບິ່ງແຍງດູແລບັນດາຕິດເຊື້ອ HIV/ໂລກເອດທີ່ມີສະພາບຄອບຄົວຫຍຸ້ງຍາກ. ສູ້ຊົນເຖິງປີ 2030 ພວກເຮົາບັນລຸເປົ້າໝາຍບໍ່ມີຜູ້ຕິດເຊື້ອ HIV ຄົນໃໝ່, ກ້າວໄປເຖິງການປອດພະຍາດເອດ”