ລາຍການສະແດງສິລະປະ “ໝາກຫົວໃຈໜ່ວຍດຽວ -ໂລກແຫ່ງດຽວ“ຄັ້ງທີ 11
(ພາບ: molisa.gov.vn)
(vovworld)- ລາຍການສະແດງສິລະປະ “ໝາກຫົວໃຈໜ່ວຍດຽວ-ໂລກແຫ່ງດຽວ“ ຄັ້ງທີ 11 ຖືກຈັດຂຶ້ນຢູ່ຮ່າໂນ້ຍ ເມື່ອວັນທີ 13/4, ດ້ວຍຫົວເລື່ອງ “ວຽກເຮັດງານທຳໃຫ້ແກ່ຄົນພິການ ແລະ ໂອກາດໃຫ້ເດັກກຳພ້າ“. ນີ້ແມ່ນລາຍການເພື່ອສ້າງກອງທຶນປະຈຳປີຂອງສະມາຄົມອຸປະກາລະຄົນພິການ ແລະ ເດັກກຳພ້າຫວຽດນາມ, ແມ່ນໂອກາດເພື່ອຕອບບຸນແທນຄຸນບັນດາຜູ້ມີໃຈບຸນໃຈກຸສົນ. ລາຍການສະແດງສິລະປະ “ໝາກຫົວໃຈດຽວ-ໂລກແຫ່ງດຽວ“ ປີ 2014 ຍັງແມ່ນໂອກາດເພື່ອພົບປະແລກປ່ຽນກັບບັນດາຄົນພິການທີ່ເປັນແບບຢ່າງດີເດັ່ນ, ມີມານະຈິດ, ຜ່ານຜ່າຄວາມຫຍຸ້ງຍາກບື່ນຕົວຂຶ້ນສ້າງຊີວິດດ້ວຍຕົນເອງ. ໂດ້ຢຸຍຮຽວ, ເປັນຄົນເປັ້ຍລ່ອຍທັງສອງຂາ, ໜຶ່ງໃນຈຳນວນຄົນພິການທີ່ເປັນແບບຢ່າງດີເດັ່ນດັ່ງກ່າວແບ່ງປັນວ່າ:
“ຄອນຄົວຂອງນ້ອງປະສົບກັບຄວາມຫຍຸ້ງຍາກທີ່ສຸດ, ເມື່ອນ້ອງເຂົ້າໂຮງໝໍ, ເງິນທອງທັງໝົດຂອງຄອບຄົວລ້ວນແຕ່ຖືກໃຊ້ໝົດ. ເມື່ອນ້ອງໄປຮຽນ, ພໍ່ແມ່ນ້ອງຕ້ອງອອກຈາກບ້ານເກີດເມືອງນອນມາຮ່າໂນ້ຍ ຫາເງິນລ້ຽງສອງອ້າຍນ້ອງພວກນ້ອງ. ຢາກໄດ້ຮັບຜົນສຳເລັດ, ແນ່ນອນວ່າຕ້ອງມີ 2 ປັດໄຈ, ທີ 1 ແມ່ນຕ້ອງມີຄວາມເຊື່ອໝັ້ນ, ທີ 2 ແມ່ນຕ້ອງມີມານະຈິດ“./.