(vovworld) - ລາຍການໂທລະພາບຖ່າຍທອດສົດດ້ວຍຫົວຂໍ້ວ່າ “ກຳມະບານ ຫວຽດນາມ ມີກຽດສະຫງ່າ” ໄດ້ຮັບການຈັດຕັ້ງໃນວັນທີ 28/7. ລາຍການຖືກຈັດຕັ້ງຢູ່ ແຂວງ ກວາງນີງ, ນະຄອນຫຼວງ ຮ່າໂນ້ຍ ແລະ ນະຄອນ ຊາຍງ່ອນ. ນີ້ແມ່ນໜຶ່ງໃນບັນດາລາຍການສະເຫຼີມສະຫຼອງ 85 ປີແຫ່ງວັນສ້າງຕັ້ງກຳມະບານ ຫວຽດນາມ 28/7 (1929 – 2014). ລາຍການໄດ້ຍ້ອງຍໍສັນລະເສີນປະເທດຊາດ ແລະ ຊາວ ຫວຽດນາມ. ປຸກລຸກການແຂ່ງຂັນ, ອອກແຮງງານທຳການຜະລິດຂອງຊົນຊັ້ນກຳມະກອນ ແລະ ປະຊາຊົນຜູ້ອອກແຮງງານຂອງທົ່ວປະເທດ. ຜ່ານນັ້ນ ໄດ້ສ່ອງແສງການເຕີບໃຫຍ່ຂອງຊົນຊັ້ນກຳມະກອນ ແລະ ອົງການກຳມະບານ ຫວຽດນາມ ຜ່ານ 85 ປີແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ.