ທ່ານ Nguyen Dac Vinh ເລຂາທີ່ 1 ສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ ມອບຂອງຂວັນໃຫ້ຄອບຄົວນັກຮົບເສຍສະຫຼະ ຊີວິດເພື່ອ ຊາດ
|
Vovworld- ຕອນຄ່ຳວັນທີ 20/7, ຢູ່ແຂວງກວາງຈິ, ສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນໄດ້ຈັດພິທີປຸກລະດົມສັບປະດາຍອດສູງ “ ຕອບບູນແທນຄຸນ” “ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ ແລະ ລາຍການ “ ໄວໜຸ່ມ ຕອບບູນແທນຄຸນບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ” ເນື່ອງໃນໂອ ກາດສະເຫຼີມສະຫຼອງ 65 ປີແຫ່ງວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະ ຊີວິດເພື່ອ ຊາດ( 27/7). ເພື່ອນ Nguyen Thi Thanh Huyen ເລຂາຄະນະຊາວໜຸ່ມ ມະຫາວິທະຍາໄລສ້າງຄູຮ່າໂນ້ຍເວົ້າວ່າ :
“ ໄດ້ມາຢ້ຽມຢາມ ກຳແພງເກົ່າກວາງຈິ, ເຮົາຍິ່ງເຫັນໄດ້ວ່າ ຄວາມເສຍສະຫຼະຊີວິດເພື່ອຊາດຂອງບັນດານັກຮົບວິລະຊົນຍິ່ງສູງສົ່ງທີ່ສຸດ ເພື່ອໃນວັນນີ້ປະເທດຊາດມີສັນຕິພາບ, ເອກະລາດ. ເມື່ອມາແຫ່ງນີ້, ເຮົາໄດ້ຄິດເຖິງຄວາມຮັບ ຜິດຊອບຂອງຕົນແມ່ນກໍ່ສ້າງຖັນແຖວຄູອາຈານໃນອະນາຄົດເພື່ອຮັບໃຊ້ພາລະກິດພັດທະນາຂອງປະເທດຊາດ ”
ສ່ວນທ່ານ Nguyen Dac Vinh ເລຂາທີ່ 1 ສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນເວົ້າວ່າ :
“ ຊາວໜຸ່ມກອມມູນິດໂຮ່ຈິມິນຍາມໃດກໍເຂົ້າໃຈໄດ້ວ່າ ການຕອບບູນແທນຄຸນຕໍ່ບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ແລະ ການປະຕິບັດວຽກງານຕອບບູນແທນຄຸນແມ່ນວຽກງານເປັນປະຈຳ. ການສຶກສາອົບຮົມມູນເຊື້ອເພື່ອໃຫ້ຊາວໜຸ່ມ, ໄວໜຸ່ມ, ອົງການຊາວໜຸ່ມຂັ້ນຕ່າງໆສາມາດຮັບຮູ້ ແລະ ປະຕິບັດການເຄື່ອນໄຫວຕອບບູນແທນຄຸນເປັນຢ່າງດີ ແມ່ນວຽກງານທີ່ຕ້ອງເຮັດເປັນປະຈຳ”