(vovworld) – ຢູ່ແຂວງ ຫຼວງພະບາງ, ປະເທດ ລາວ, ຫາກໍດຳເນີນກອງປະຊຸມກະກຽມຈັດຕັ້ງພິທີສະເຫຼີມສະຫຼອງ 20 ປີແຫ່ງວັນຫຼວງພະບາງໄດ້ຮັບການຮັບຮອງເປັນມໍລະດົກໂລກ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງເຈົ້າແຂວງ ແຂວງຫຼວງພະບາງ ສາຍສະໝອນ ຄົມທະວົງ ໃຫ້ຮູ້ວ່າ: ທີ່ພິທີສະເຫຼີມສະຫຼອງຄັ້ງນີ້ຈະມີການວາງສະແດງຮູບຖ່າຍ, ສະແດງສິລະປະ ແລະ ຈັດຕັ້ງງານຕະຫຼາດນັດການວາງສະແດງເຄື່ອງສິລະປະຫົດຖະກຳຢູ່ຕະຫຼາດບ້ານ ປ່າຂາມ, ພ້ອມທັງດຳເນີນກອງປະຊຸມສຳມະນາສາກົນ ກ່ຽວກັບການປົກປັກຮັກສາມໍລະດົກຂອງ ລາວ. ພິທີສະເຫຼີມສະຫຼອງ ຈະໄດ້ຮັບການຈັດຕັ້ງດ້ວຍຂອບຂະໜາດໃຫຍ່, ມີການແຮ່ຂະບວນຈາກຫໍພິພິດຕະພັນແຫ່ງຊາດ ຫາວັດ ຊຽງທອງຂອງກ່ວາ 30 ຄະນະໃນລະຫວ່າງວັນທີ 5-9/12 ຈະມາເຖິງ. ພິທີສະເຫຼີມສະຫຼອງແມ່ນໂອກາດໂຄສະນາມໍລະດົກໂລກ ຫຼວງພະບາງ ອອກສູ່ພາກພື້ນກໍຄືໃນໂລກ ແລະ ສະແດງໃຫ້ເຫັນການປົກປັກຮັກສາຄຸນຄ່າວັດທະນະທຳຂອງປະເທດລາວເວົ້າລວມ ແລະ ຂອງແຂວງ ຫຼວງພະບາງ ເວົ້າສະເພາະ.