ລາວຈັດພິທີສະເຫຼີມສະຫຼອງວັນສື່ມວນຊົນແລະການພິມຈຳໜ່າຍຄົບຮອບ65ປີ
ມິ້ບິ່ງ, ນັກຂ່າວ VOV ປະຈຳລາວ -  
(ພິທີສະເຫຼີມສະຫຼອງວັນສື່ມວນຊົນ
ແລະ ການພິມຈຳໜ່າຍຄົບຮອບ 65 ປີ)
(vovworld) – ທີ່ພິທີສະເຫຼີມສະຫຼອງວັນສື່ມວນຊົນ ແລະ ການພິມຈຳໜ່າຍຄົບຮອບ 65 ປີ, ເຊິ່ງດຳເນີນໄປໃນຕອນບ່າຍວັນທີ 13/08, ຢູ່ນະຄອນຫຼວງວຽງຈັນ, ທ່ານລັດຖະມົນຕີວ່າການກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ບໍ່ແສງຄຳ ວົງດາລາ ຢືນຢັນວ່າ, ໃນຕະຫຼອດ 65 ປີຜ່ານມາ, ສ່ືມວນຊົນລາວ ຍາມໃດກໍແມ່ນສຽງຂອງສູນກາງພັກ, ລັດ ແລະ ປະຊາຊົນລາວ ບັນດາເຜົ່າ, ສວມບົດບາດສຳຄັນໃນການໂຄສະນາແນວທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ລະດົມນ້ຳໃຈຮັກຊາດ, ສະໜອງຂໍ້ມູນຂ່າວທຸກດ້ານໃຫ້ສັງຄົມ, ປະກອບສ່ວນຕ້ານບັນດາປະກົດການຫຍໍ້ທໍ້, ຂໍ້ຜິດພາດ ແລະ ແມ່ນເວທີປາໄສເສີມຂະຫຍາຍປະຊາທິປະໄຕ ກໍຄືສິດເປັນເຈົ້າຂອງປະຊາຊົນລາວ ບັນດາເຜົ່າ. ໃນຊຸມປີມໍ່ໆມານີ້, ຂະແໜງສ່ືມວນຊົນ ແລະ ການພິມຈຳໜ່າຍລາວ ໄດ້ມີການພັດທະນາຢ່າງວ່ອງໄວນັບທັງດ້ານຈຳນວນ ແລະ ຄຸນນະພາບ. ໄລ່ມາຮອດປະຈຸບັນ, ລາວມີໜັງສືພິມວາລະສານ 127 ສະບັບ, 63 ວິທະຍຸກະຈາຍສຽງ, 37 ຊ່ອງໂທລະພາບ. ທ່ານລັດຖະມົນຕີວ່າການກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ບໍ່ແສງຄຳ ວົງດາລາ ໃຫ້ຮູ້ວ່າ.
(ທ່ານລັດຖະມົນຕີວ່າການກະຊວງຖະແຫຼງຂ່າວ,
ວັດທະນະທຳ ແລະ ທ່ອງທ່ຽວລາວ ບໍ່ແສງຄຳ ວົງດາລາ)
ເນື່ອງໃນໂອກາດນີ້, ສະມາຄົມນັກຂ່າວລາວ ໄດ້ໄຂງານວາງສະແດງສື່ມວນຊົນ ແລະ ການພິມຈຳໜ່າຍ, ດ້ວຍ 100 ຮ້ານວາງສະແດງ, ຊຶ່ງໄດ້ວາງສະແດງບັນດາຜະລິດຕະພັນສື່ມວນຊົນ, ປື້ມ, ແຜນທີ່…
ມິ້ບິ່ງ, ນັກຂ່າວ VOV ປະຈຳລາວ