ລາວຕີລາຄາສູງໝາກຜົນການຮ່ວມມືຢູ່ເຂດຊາຍແດນກັບຫວຽດນາມ
ລາວຕີລາຄາສູງໝາກຜົນການຮ່ວມມືຢູ່ເຂດຊາຍແດນກັບຫວຽດນາມ
(ພາບ: TTXVN)
(vovworld) – ວັນທີ 03/11, ຄະນະພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກສູນກາງລາວ ໄດ້ຕີລາຄາສູງໝາກຜົນການຮ່ວມມືກັບຫວຽດນາມ ຢູ່ເຂດຊາຍແດນໃນໄລຍະຜ່ານມາ. ການຕີລາຄາດັ່ງກ່າວຖືກຍົກອອກມາທີ່ການເຈລະຈາຢູ່ນະຄອນຫຼວງວຽງຈັນ ກັບຄະນະຜູ້ແທນຊີ້ນຳນຳພາເຂດຕາເວັນຕົກສ່ຽງເໜືອຂອງຫວຽດນາມ, ໂດຍທ່ານຮອງຫົວໜ້າຄະນະ ເລວັນເລີມ ນຳໜ້າ, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ລາວ. ການເຈລະຈາເພື່ອແນໃສ່ຕີລາຄາສະພາບຮ່ວມມືລະຫວ່າງ 2 ຝ່າຍໃນໄລຍະຜ່ານມາ, ພ້ອມທັງຍົກອອກທິດທາງ, ໜ້າທີ່ຮ່ວມມືໃນໄລຍະຈະມາເຖິງ. ຜ່ານການເຈລະຈາ, 2 ຝ່າຍໄດ້ຕີລາຄາວຽກງານລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກໃນໄລຍະຜ່ານມາ ໄດ້ຮັບການຊີ້ນຳນຳພາຢ່າງຕັ້ງໜ້າ. ເລື່ອງປະຕິບັດແຜນນະໂຍບາຍຮ່ວມມືກໍ່ສ້າງເສັ້ນຊາຍແດນຫວຽດນາມ - ລາວ ໃຫ້ໝັ້ນຄົງ ແລະ ພັດທະນາຢ່າງຮອບດ້ານ ສືບຕໍ່ບັນລຸໄດ້ບັນດາຜົນງານສຳຄັນ, ປະກອບສ່ວນປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບພິເສດລະຫວ່າງ 2 ປະເທດ. 2 ຝ່າຍໄດ້ເຫັນດີນຳກັນວ່າ, ໃນໄລຍະຈະມາເຖິງ ຈະສືບຕໍ່ປະຕິບັດແຜນນະໂຍບາຍດັ່ງກ່າວຢ່າງມີປະສິດທິຜົນ, ພິເສດແມ່ນແລກປ່ຽນບົດຮຽນ ກ່ຽວກັບການຍູ້ແຮງວຽກງານລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ຮັບປະກັນຊີວິດສັງຄົມ, ຍົກສູງຊີວິດທາງວັດຖຸ ແລະ ຈິດໃຈໃຫ້ປະຊາຊົນເທື່ອລະກ້າວ ກໍຄືຍູ້ແຮງ ແລະ ຍົກສູງປະສິດທິຜົນການຮ່ວມມືພັດທະນາດ້ານເສດຖະກິດ, ສັງຄົມ, ການສຶກສາບຳລຸງສ້າງ, ຮັບປະກັນປ້ອງກັນຊາດປ້ອງກັນຄວາມສະຫງົບລະຫວ່າງບັນດາແຂວງເຂດຊາຍແດນ 2 ປະເທດ.