ລາວປະກາດບັນດາເນື້ອໃນທີ່ໄດ້ປຶກສາຫາລືຢູ່ກອງປະຊຸມສຸດຍອດອາຊຽນຄັ້ງທີ28-29
(ພາບປະກອບ)
(vovworld) - ປະຈຸບັນ ລາວ ໄດ້ສຳເລັດວຽກງານກະກຽມທຸກຢ່າງ ແລະ ກຽມພ້ອມ ໃຫ້ແກ່ການຈັດຕັ້ງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 28 – 29 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ ເຊິ່ງຈະດຳເນີນຢ່າງເປັນທາງການໃນລະຫວ່າງວັນທີ 06 – 08/09 ຈະມາເຖິງທີ່ສູນກອງປະຊຸມແຫ່ງຊາດທີ່ນະຄອນຫລວງ ວຽງຈັນ. ຕາມຂໍ້ມູນຂ່າວສານຈາກຄະນະຈັດຕັ້ງ, ໃນໄລຍະດຳເນີນບັນດາກອງປະຊຸມ, ນອກກອງປະຊຸມສຸດຍອດຄັ້ງທີ 28 – 29 ຂອງ ອາຊຽນ, ຍັງມີບາງກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງລວມມີ: ກອງປະຊຸມຂັ້ນສູງ ອາຊຽນ - ຈີນ ຄັ້ງທີ 19; ກອງປະຊຸມຂັ້ນສູງ ອາຊຽນ - ຍີ່ປຸ່ນ ຄັ້ງທີ 19; ກອງປະຊຸມຂັ້ນສູງ ອາຊຽນ - ເກົາຫຼີ ຄັ້ງທີ 18…ພິທີໄຂກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 28 – 29 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຈະ ຈັດຕັ້ງໃນວັນທີ 06/09 ຢູ່ສູນກອງປະຊຸມແຫ່ງຊາດ ລາວ. ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 28 ຈະປຶກສາຫາລືວິທີການເພື່ອຮັດແໜ້ນການພົວພັນຂອງປະຊາຄົມ ອາຊຽນ ກ່ວາອີກ, ຄືເລື່ອງຜັນຂະຫຍາຍວິໄສທັດ ອາຊຽນ 2025 ແລະ ທິດທາງໃນອະນາຄົດ. ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 29 ຈະປຶກສາຫາລືກ່ຽວກັບການພົວພັນການຕ່າງປະເທດຂອງ ອາຊຽນ; ແລກປ່ຽນທັດສະນະກ່ຽວກັບສະພາບການຢູ່ພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.