ລາວເປັນເຈົ້າພາບຈັດຕັ້ງກອງປະຊຸມຫົວໜ້າກົມສຶກສາຂັ້ນສູງອາຊຽນ

ລາວເປັນເຈົ້າພາບຈັດຕັ້ງກອງປະຊຸມຫົວໜ້າກົມສຶກສາຂັ້ນສູງອາຊຽນ - ảnh 1
(ພາບປະກອບ)


(vovworld) - ກອງ​ປະຊຸມ​ຫົວໜ້າ​ກົມ​ສຶກສາ​ຂັ້ນ​ສູງ ອາຊຽນ ຄັ້ງທີ 9 ຫາ​ກໍ່​ຈັດ​ຕັ້ງ​ຢູ່​ນະຄອນຫລວງ ວຽງ​ຈັນ, ປະ​ເທດ ລາວ. ນີ້​ແມ່ນ​ກ​ອງປະຊຸມ​ປະຈຳປີ​ໄດ້ຮັບ​ການ​ຈັດ​ຕັ້ງ​ນັບ​ແຕ່​ປີ 2005 ​ແລະ ​ພັດ​ປ່ຽນ​ກັນ​ຈັດ​ຕັ້ງຢູ່​ບັນດາ​ປະ​ເທດ ອາ​ຊຽນ. ກອງ​ປະຊຸມ​ຄັ້ງ​ທີ 9 ​ແນ​ໃສ່​ສ້າງ​ເວທີ​ປາ​ໄສທາງ​ການ​ໃຫ້​ບັນດາ​ເຈົ້າ​ໜ້າ​ທີ​່ຂັ້ນ​ສູງດ້ານ​ການ​ສຶກສາຂອງ​ພາກ​ພື້ນ​​ໄດ້ປຶກສາ​ຫາລື,​ ​ແລກປ່ຽນ​ບັນດາ​ບັນຫາ, ຈຳນວນ​ຕົວ​ເລກ​ໃນ​ຂະ​ແໜງ​ການ ​ແລະ ຕິດຕາມ​​ຄວາມ​ຄືບ​ໜ້າ​ຂອງ​ບັນດາ​ໂຄງການ​ທີ່​ກ່ຽວ​ຂ້ອງ, ພ້ອມ​​ນັ້ນ, ​ແມ່ນ​ຊອກ​ຫາ​ທິດ​ທາງ​ໃໝ່​ໃຫ້​ແກ່ການ​ພົວພັນ​ຮ່ວມ​ມື​ການ​ດ້ານສຶກສາ​ຂັ້ນ​ສູງ ດ້ວຍ​ມາດຖານ: ​ແກ້​ໄຂ​ບັນດາ​ບັນຫາ​ກ່ຽວ​ກັບ​ການ​ສຶກສາ​ຂັ້ນ​ສູງ​ທີ່​ພວມ​ປະ​ເຊີນ​ໜ້າ​ໃນປະຈຸ​ບັນ​ຢູ່​ພາຍ​ໃນປະ​ເທດ ​ແລະ ພາກ​ພື້ນ​; ຄຸ້ມ​ຄອງ​ມະຫາວິທະຍາ​ໄລ, ສ້າງ​ຄວາມ​ສາມາດ ​ແລະ ການ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ, ຄວາມ​ສາມາດ​ຄົ້ນຄວ້າ​ຮັບປະກັນ​ຄຸນ​ນະພາ​ບຄວາມ​ຮູ້ ​ແລະ ຮັບປະກັນ​ການ​ສຶກສາ, ​ໃບ​ປະກາດ, ​ແລກປ່ຽນ​ນັກ​ສຶກສາ ​ແລະ ພະນັກງານ​ຕາມ​ແບບ​ວິທີສະ​ໜອງທຶນ​ສຶກສາ .

                                ມີ້​ບີ່​ງ,ນັກ​ຂ່າວVOVປະຈຳ​ລາວ
ຂ່າວ/ບົດ​ອື່ນ