(VOVWORLD) -ຕາມແຜນການເປີດປະຕູ 3 ໄລຍະຂອງ ລາວ ແລ້ວ, ແຂກທ່ອງທ່ຽວຈະມີສິດເດີນທາງໄປມາໃນ 2 ເຂດ ແມ່ນເຂດການທ່ອງທ່ຽວຂຽວ ແລະ ເສັ້ນທາງການທ່ອງທ່ຽວຂຽວ. (Green Travel Trails).
ພາບປະກອບ: TTXVN |
ກົມກົງສູນ, ກະຊວງການຕ່າງປະເທດ ລາວ ຫາກໍ່ເພີ່ມເຕີມບັນຊີລາຍຊື່ພົນລະເມືອງ ຂອງ ບັນດາປະເທດທີ່ມີສິດເຂົ້າເມືອງ ຕາມໂຄງການ “ເຂດທ່ອງທ່ຽວຂຽວ”. ຕາມນັ້ນແລ້ວ, ຈະມີພົນລະເມືອງທີ່ມາຈາກ 14 ປະເທດ ໄດ້ເຂົ້າເມືອງລາວ ຕາມໂຄງການທ່ອງທ່ຽວດັ່ງກ່າວ, ລວມມີ: ບຣູໄນ, ອິນໂດເນເຊຍ, ຟີລິບປິນ, ນອກແວ, ສະວິດ, ແຟງລັງ, ອິດສະລາແອັນ, ອຽກລັງ, ຮຸງກາຣີ, ອົດຕາລິດ, ນິວຊີແລນ, ໂປໂລຍ, ແດນມາກ, ແບນຊິກ.
ກ່ອນໜ້ານັ້ນ, ລາວໄດ້ປະກາດບັນຊີລາຍຊື່ພົນລະເມືອງ 17 ປະເທດ ທີ່ໄດ້ເຂົ້າຮ່ວມປະເທດນີ້ ນັບແຕ່ຕົ້ນປີ 2022, ໃນນັ້ນມີ ຫວຽດນາມ
ຕາມແຜນການເປີດປະຕູ 3 ໄລຍະຂອງ ລາວ ແລ້ວ, ແຂກທ່ອງທ່ຽວຈະມີສິດເດີນທາງໄປມາໃນ 2 ເຂດ ແມ່ນເຂດການທ່ອງທ່ຽວຂຽວ ແລະ ເສັ້ນທາງການທ່ອງທ່ຽວຂຽວ. (Green Travel Trails).