ລາວ ຈັດຕັ້ງງານໂຮມຊຸມນຸມມິດຕິງສະເຫຼີມສະຫຼອງ ປີແຫ່ງຄວາມສາມັກຄີມິດຕະພາບ ຢ່າງສົມກຽດ

ລາວ ຈັດຕັ້ງງານໂຮມຊຸມນຸມມິດຕິງສະເຫຼີມສະຫຼອງ ປີແຫ່ງຄວາມສາມັກຄີມິດຕະພາບ ຢ່າງສົມກຽດ - ảnh 1
ກາ​ນ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ວັດທະນະທຳ​ສະ​ແດງສິລະ​ປະ
(ພາບປະກອບ)

(vovworld) - ວັນ​ທີ 27/6, ຢູ່​ນະຄອນຫຼວງ ວຽງ​ຈັນ, ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ລາວ ​ໄດ້​ຈັດ​ຕັ້ງ​ງາມ​ໂຮມ​ຊຸນ​ນຸມມິ​ງຕິງສະ​ເຫຼີມສະຫຼອງ​ປີ​ແຫ່ງ​ຄວາມ​ສາມັກຄີ​ມິດຕະພາບ​ ລາວ - ຫວຽດນາມ 2012, 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ​ແລະ 35 ປີ​ແຫ່​ງວັນ​ເຊັນ​ສົນທິສັນຍາ​ມິ​ດຕະພາບ​ຢ່າງຮອບດ້ານ​ລະຫວ່າງ 2 ປະ​ເທດຢ່າງ​ສົມ​ກຽດ. ກ່າວ​ຄຳ​ເຫັນ​ໄຂ​ງານ​ໂຮມ​ຊຸມນຸມມິ​ດຕິງ, ທ່ານ ທອງ​ບັນ ​ແສງ​ອາພອນ, ​ເລຂາ​ສູນ​ກາງ​ພັກ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ລາວ ​ເນ​ັ້ນໜັກ​ວ່າ: ​ໃນ​ການ​ຕໍ່​ຕ້ານ​ເພື່ອຍາດ​ເອົາ​ເອກະລາດ​​ແຫ່ງ​ຊາດ, ຄວາມ​ສາມັກຄີ​ຂອງ​ປະຊາຊົນ 2 ປະ​ເທດ ຫວຽດນາມ - ລາວ ​ເວົ້າ​ລວມ ​ແລະ ລະຫວ່າງກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ 2 ປະ​ເທດ ​ເວົ້າ​ສະ​ເພາະ ​ໄດ້​ນຳ​ມາ​ເຊິ່ງ​ໄຊຊະນະ​ທີ່​ສະ​ຫງ່າ​ລາສີ, ນຳ​ມາ​ເຊິ່ງ​ເອກະລາດ​ເອກະ​ພາບ​ໃຫ້​ແກ່​ປະຊາຊົນ 2 ປະ​ເທດ. ​ໃນ​ສະພາບ​ການ​ໃໝ່​ຄື​ປະຈຸ​ບັນ, ​ໄດ້ຮຽກຮ້ອງ​​ໃຫ້ປະຊາຊົນ 2 ປະ​ເທດ ​ເວົ້າ​ລວມ ​ແລະ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບລາວ ​ແລະ ກະຊວງ​ຕຳຫຼວດ​ຫວຽດນາມ ​ເວົ້າ​ສະ​ເພາະຄວນ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ສາມັກຄີ​ຍິ່ງກ່ວາ​ອີກ, ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ ​ແລະ ບົດ​ຮຽນ​ເປັນ​ປະຈຳ ປະກອບສ່ວນ​ເຂົ້າ​ໃນ​ການ​ເຮັດ​ໃຫ້​ທຸກໆ​ວຽກ​ງານ​ຂອງ​ປະ​ເທດ​ຊາດ​ພິ​ເສດ​ແມ່ນ​​ຂົງ​ເຂດ​ເສດຖະກິດ - ສັງຄົມ​ໃຫ້​້​ເປັນ​ປົກກະຕິ, ປະກອບສ່ວນ​ຮັບ​ປະກັນ​ຄວາມ​ສະຫງົບ​ປອດ​ໄພ​ຢູ່​ແຕ່ລະ​ປະ​ເທດ ກໍ​ຄື​ຢູ່​ພາກ​ພື້ນ.

​ແລະ​ກໍ​​ເນື່ອງ​ໃນ​ໂອກາດ​ນີ້, ຕາງໜ້າ​ໃຫ້​ແກ່​ການ​ນຳ​ກະຊວງ​ຕຳຫຼວດ​ຫວຽດນາມ, ທ່ານ ພົນ​ໂທ Dang Van Hieu, ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ຮອງ​ລັດຖະມົນຕີ​ຜູ້​ປະຈຳການ​ກະຊວງ​ຕຳຫຼວດ​ຫວຽດນາມ ​ໄດ້​ມອບ​ຫຼຽນ​ໄຊ, ຫຼຽນ​ກາ ​ໃຫ້​ແກ່​ບາງ​ກົມ​ກອງ ​ແລະ ສ່ວນ​ບຸກຄົນ​ຈຳນວນ​ໜຶ່ງຂອງ​ລາວ ​ທີ່​ມີ​ຜົນງານ​ໃນ​ການ​ສົມທົບ​ ຮັບປະ​ກັນຄວາມ​ສະຫງົບ​ປອດ​ໄພ​ໃຫ້​ແກ່ 2 ປະ​ເທດ​ໃນ​ໄລ​ຍະ​ຜ່າ​ນມາ. ພາຍຫຼັງ​ງານ​ໂຮມ​ຊຸ​ມນຸມມິ​ງຕິງ ​ໄດ້​ດຳ​ເນີນ​ກາ​ນ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ວັດທະນະທຳ​ສະ​ແດງສິລະ​ປະ​ຂອງ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ລາວ ​ແລະ ກະຊວງ​ຕຳຫຼວດ​ຫວຽ​ດນາມ ດ້ວຍ​ຫົວ​ເລື່ອງຍ້ອງ​ຍໍສັນລະ​ເສີນ 2 ພັກ, ປະທານ ​ໂຮ່ຈີ​ມິ​ນ, ປະທານ ​ໄກສອນ ພົມວິ​ຫານ ​ແລະ ຄວາມ​ສາມັກຄີ​ຂອງ 2 ປະ​ເທດ​ຫວຽດນາມ - ລາວ.

                               

ຂ່າວ/ບົດ​ອື່ນ