ລາວ ມອບຫຼຽນໄຊເອກະລາດຊັ້ນ 2 ໃຫ້ນັກຮົບເສຍສະຫຼະຊີວິດເພື່ອຊາດ ຕ໋ວນເຊີນ

ລາວ ມອບຫຼຽນໄຊເອກະລາດຊັ້ນ 2 ໃຫ້ນັກຮົບເສຍສະຫຼະຊີວິດເພື່ອຊາດ ຕ໋ວນເຊີນ - ảnh 1


(vovworld) - ຕອນ​ເຊົ້າ​ວັນ​ທີ 04/06, ຢູ່​ຮ່າ​ໂນ້ຍ, ສະຖານທູດ​ລາວ​ປະຈຳ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີມອບຫຼຽນ​ໄຊ​ເອກະລາດ​ຊັ້ນ 2 ​ໃຫ້​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ຕ໋ວນ​ເຊີນ (ຫງວຽນ​ວັນ​ເວີນ), ອະດີດຫົວ​ໜ້າ​ຜູ້​ບັນຊາ​ການກອງທັບ​ປະຊາຊົນ​ຫວຽດນາມ ກອງທັບ​ຕາ​ເວັນ​ຕົກ​ (ໄຕ​ຕ໋ຽນ) ຍ້ອນ​​ໄດ້​ປະ​ກອບ​ຜົນງານ​ດີ​ເດັ່ນ​ເຂົ້າ​ໃນ​ພາລະ​ກິດ​ປົດ​ປ່ອຍ​ຊາດ​ຢູ່​ແຂວງ ຫົວພັນ, ປະ​ເທດ​ລາວ. ​ເຂົ້າ​ຮ່ວມ​ພິທີ, ມີ​ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສປປ.ລາວ ປະຈຳ​ຫວຽດນາມ ສົມພອນ​ ສີ​ຈະ​ເລີ​ນ, ພັນ​ເອກ ພິມ​ມາ​ຈັນ ວົງ​ປັນຍາ ທີ່​ປຶກສາ​ການ​ທະຫານ​ສະຖານທູດ​ລາວ​ປະຈຳ​ຫວຽດນາມ, ຜູ້​ຕາງໜ້າຍາດຕິ​ພີ​ນ້ອງ​ຂອງນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ຕ໋ວນ​ເຊີນ ພ້ອມ​ກັບ​ຜູ້​ຕາງໜ້າ​ຂອງ​ຄະນະ​ຕິດ​ຕໍ່​ສູນ​ກາງ, ຄະນະ​ຕິດ​ຕໍ່ ກອງທັບ​ຕາ​ເວັນ​ຕົກ​ (ໄຕ​ຕ໋ຽນ). ​ເພື່ອ​ຍ້ອງ​ຍໍ​ຄຸນງາມຄວາມດີ​ອັນ​ໃຫຍ່​ຫຼວງຂອງນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ຕ໋ວນ​ເຊີນ, ປະທານ​ປະ​ເທດ​ລາວ ​ໄດ້ຕົກລົງ​ມອບ​ຫຼຽນ​ໄຊ​ອັນ​ສູງ​ສົ່ງ​ຂອງ​ລັດ​ລາວ ​ໃຫ້​ແກ່​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ຕ໋ວນ​ເຊີນ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ພັນ​ເອກ ພິມ​ມາ​ຈັນ ວົງ​ປັນຍາ, ​ໃຫ້​ຮູ້​ວ່າ.

ລາວ ມອບຫຼຽນໄຊເອກະລາດຊັ້ນ 2 ໃຫ້ນັກຮົບເສຍສະຫຼະຊີວິດເພື່ອຊາດ ຕ໋ວນເຊີນ - ảnh 2



​ເລື່ອງມອບຫຼຽນ​ໄຊ​ເອກະລາດ​ຊັ້ນ 2 ດັ່ງ​ກ່າວ ​ໄດ້​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ອັນ​ເລີກ​​ເຊິ່ງລະຫວ່າງປະຊາຊົນ 2 ປະ​ເທດ. ປະຊາຊົນ​ລາວ ບໍ່​ສາມາດ​ຫຼົ​ງ​ລືມ​ບຸນຄຸນ​ຂອງ​ບັນດາ​ນັກຮົບ​ທີ່​ເສຍ​ສະ​ຫຼະຊີວິດ​ເພື່ອ​ຊາດຂອງ​ຫວຽດນາມ ເຊິ່ງ​ໄດ້​ຕໍ່ສູ້, ​ເສຍສະຫຼະ​ຊີວິດ ​ເພື່ອ​ຍາດ​ເອົາ​​ເອກະລາດ​ອິດ​ສະລະ​ພາບ​ມາ​ໃຫ້​ປະ​ເທດ​ລາວ ອ້າຍ​ນ້ອງ.
ຂ່າວ/ບົດ​ອື່ນ