ລາວ - ຫວຽດນາມ ຕ້ອນຮັບບຸນເຕັດຢູ່ ເຊີແນວ ປະເທດ ສະວິດ
(vovworld) - ຕອນຄຳ່ວັນທີ 12/2, ກົງກັບວັນທີ 3 ບຸນເຕັດ, ຄະນະຜູ້ຕາງໜ້າຫວຽດນາມ ໄດ້ຈັດຕັ້ງງານລ້ຽງຮັບຮອງຄະນະຜູ້ຕາງໜ້າແຫ່ງ ສປປ ລາວປະຈຳ ສະຫະປະຊາຊາດ ເນື່ອງໃນໂອກາດບຸນເຕັດປີມະເສງ 2013. ກ່າວຄຳເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຫງວຽນຈູງແທ່ງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ໄດ້ເນັ້ນໜັກເຖິງສາຍພົວພັນຢ່າງກົມກຽວໜຽວແໜ້ນ, ນ້ຳໃຈສາມັກຄີ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ. ທ່ານເອກອັກຄະລັດຖະທູດ ຫງວຽນຈູງແທ່ງ ໄດ້ຊົມເຊີຍເລື່ອງປະເທດລາວ ໄດ້ກາຍເປັນສະມາຊິກທີ 158 ຂອງອົງການການຄ້າ ໂລກຢ່າງເປັນທາງການ ແລະ ຈັດຕັ້ງກອງປະຊຸມສຸດຍອດ ອາຊີ - ເອີລົບ ຄັ້ງທີ 9 (ຫຼື ASEM 9) ຢູ່ ວຽງຈັນ ຢ່າງສຳເລັດຜົນ. ນີ້ແມ່ນບັນດາເຫດການທີ່ມີຄວາມໝາຍປະຫວັດສາດ, ເປັນຄິດໝາຍບາດກ້າວເຊື່ອມໂຍງເຂົ້າກັບສາກົນ ສະແດງໃຫ້ເຫັນຜົນງານທາງດ້ານການຕ່າງປະເທດທີ່ດີເດັ່ນ, ປະກອບສ່ວນສຳຄັນເພື່ອຍົກສູງທີ່ຕັ້ງບົດບາດຂອງ ລາວ ໃນເວທີສາກົນ. ສ່ວນທ່ານ ທ່ານເອກອັກຄະລັດຖະທູດ ລາວ ຢົງ ຈັນທະລັງສີ ເນັ້ນໜັກວ່າ: ປີ 2012 ແມ່ນປີມີຄວາມໝາຍສຳຄັນພິເສດສຳລັບ 2 ປະເທດ. ທ່ານສະແດງຄວາມພາກພູມໃຈ ເມື່ອເຫັນວ່າ: ໃນຕະຫຼອດ 50 ປີແຫ່ງການພົວພັນທາງການທູດ ແລະ 35 ປີນັບແຕ່ເວລາລົງນາມໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ, ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອທີ່ມີມາແຕ່ດົນນານ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ - ຫວຽດນາມ ໄດ້ຮັບການປັບປຸງ ນັງທັງລວງກ້ວາງ ແລະ ລວງເລີກຢ່າງບໍ່ຢຸດຢັ້ງ.