ລາວ ແລະ ກຳປູເຈຍ ຕີລາຄາສູງສາຍພົວພັນຖານບ້ານໃກ້ເຮືອນຄຽງ
Quoc Khanh -  
ທ່ານປະທານສະພາແຫ່ງຊາດ ກຳປູເຈຍ Heng Somrin
(ພາບ: ອີນເຕີເນັດ)
(vovworld) - ໃນການຢ້ຽມຢາມ ສປປ ລາວ ຂອງທ່ານປະທານສະພາແຫ່ງຊາດ ກຳປູເຈຍ Heng Somrin ລະຫວ່າງວັນທີ 25 – 26/7, ທ່ານໄດ້ພົບປະກັບຜູ້ປະຈຳການຄະນະເລຂາສູນກາງພັກ, ຮອງປະທານປະເທດ ລາວ ບຸນຍັງ ວໍລະຈິດ ແລະ ທ່ານນາຍົກລັດຖະມົນຕີ ລາວ ທອງສິງ ທຳມະວົງ ຕາມລຳດັບ. ບັນດາການນຳລາວ ຕີລາຄາສູງການຢ້ຽມຢາມຂອງການນຳ ກຳປູເຈຍ ພ້ອມກັບການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານ Heng Somrin ເຂົ້າໃນການຊຸກຍູ້ສາຍພົວພັນທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງ ກຳປູເຈຍ - ລາວ. ທີ່ການພົບປະ, 2 ຝ່າຍກໍຕີລາຄາສູງສະພາບຄວາມສະຫງົບປອດໄພຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ ລາວ - ກຳປູເຈຍ, ພ້ອມທັງເຕື້ອງເຖິງວຽກງານປັກຫຼັກໝາຍຊາຍແດນ. ມາຮອດປະຈຸບັນ, ລາວ ແລະ ກຳປູເຈຍ ໄດ້ດຳເນີນ 86% ແຜນການປັກຫຼັກຫຼາຍຊາຍແດນໃນເສັ້ນຊາຍແດນ535 ກມ. 2 ຝ່າຍເປັນເອກະສັນກັນສູ້ຊົນປະຕິບັດສຳເລັດວຽກງານປັກຫຼັກໝາຍຊາຍແດນໃນໄວໆນີ້.
Quoc Khanh