ວິກິດການ ຢູ່ ຊີຣີ ໄດ້ເພີ່ມຂຶ້ນລະດັບປະທະກັນດ້ວຍກຳລັງປະກອບອາວຸດ

ວິກິດການ ຢູ່ ຊີຣີ ໄດ້ເພີ່ມຂຶ້ນລະດັບປະທະກັນດ້ວຍກຳລັງປະກອບອາວຸດ - ảnh 1
ການປະທະກັນຢູ່ al-Qadam ຂຶ້ນກັບ Damascus ເມື່ອວັນທີ 25/7
(ພາບ:
AFP/TTXVN)

(vovworld) - ການ​ປະ​ທະ​ກັນ​ຢູ່ ຊີຣີ ​ໄດ້​ຫັນປ່ຽນ​ຈາກລະດັບ “ສັບສົນ” ຂຶ້ນ​ສູ່​ການ​ປະ​ທະ​ກັນ​ດ້ວຍກຳລັງ​ປະກອບ​ອາວຸດ” ຕາມ​ການ​ຕີ​ລາຄາ​ຂອງ​ລັດ​ເຊຍ. ການ​ປ່ຽນ​ແປງ​ນີ້ ມີ​ຄວາມ​ໝາຍວ່າ: ລັດ​ເຊຍ ​ໄດ້ຍອມ​ຮັບ​ຢ່າງ​ເປັນ​ທາງ​ການ​ວ່າ ຊີຣີ ​ໄດ້​ຕົກ​ເຂົ້າ​ສູ່​ການ​ປະ​ທະ​ກັນ​ດ້ວຍກຳລັງ​ປະກອບ​ອາວຸດ. ປະຈຸ​ບັນ, ລັດຖະບານ ຊີຣີ ພວມ​ສະ​ແດງ​ຄວາມ​ຕັດສິນ​ໃຈ​ບໍ່​ຜ່ອນ​ສັ້ນ​ຜ່ອນ​ຍາວ​ເມື່ອ​ຍູ້​ແຮງ​ບັ້ນ​ຮົບ​ຍູ້ກຳລັງ​ຝ່າຍ​ຄ້ານ​ໃຫ້​ຖອນ​ອອກ​ຈາກ​ນະຄອນ Aleppo, ​ເຊິ່ງ​ແມ່ນ​ນະຄອນ​ໃຫຍ່​ອັບ​ດັບ 2 ຂອງ​ປະ​ເທດ​ນີ້ ພ້ອມ​ທັງ​ແມ່ນ​ສະໜາມຮົບ​ທີ່​ດຸ​ເດືອດ​ໃນ​​ໜຶ່ງກ່ວາ ສັບປະດາ​ຜ່າ​ນມາ. ການ​ປະ​ທະ​ກັນ​ລະຫວ່າງ 2 ຝ່າຍ​ນັບ​ມື້​ນັບ​ຮ້າຍ​ແຮງ ​ເມື່ອ​ກຳລັງຝ່າຍ​ຄ້ານ​​ໄດ້​ຮັບ​ຖື​ວ່າພວມ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ພາຍນ​ອກ.

        ​ໃນ​ຂະນະ​ນັ້ນ, ວັນ​ທີ 1/8, ປະທານ​ສະຫະພັນ ອາ​ຮັບ ​ໄດ້​ກ່າວ​ປະມານ​ຢ່າງ​​ແຮງ​ຕໍ່ບັນດາ​ການ​ກະທຳ​ດ້ານ​ການ​ທະຫານ​ຢູ່ Aleppo. ກ່າວ​ຄຳ​ເຫັນ​ພາຍຫຼັງ​ການ​ພົບ​ປະ​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ Bungari ທ່ານ Nikolay Mladenov ຢູ່ ອີ​ຢິບ, ທ່ານ​ເລຂາທິການ​ໃຫຍ່​ສະຫະພັນ ອາຣັບ Nabil El – Araby ​ເວົ້າ​ວ່າ: ການ​ກະທຳ​ດ້ານການ​ທະຫານ​ຢູ່ Aleppo ​ແມ່ນ​​ໂທ​ດກຳ​ສົງຄາມ ​ແລະ ​ໂທ​ດກຳ​ນີ້​ຕ້ອງ​ໄດ້​ຮັບ​ກາ​ນລົງ​ໂທດ​ຈາກກົດໝາຍ​ສາກົນ.

ຂ່າວ/ບົດ​ອື່ນ