ວົງດົນຕີປະສານສຽງ ຮ່າໂນ້ຍ ທຳການສະແດງຢູ່ ຍີປຸ່ນ
ວົງດົນຕີປະສານສຽງ ຮ່າໂນ້ຍ ທຳການສະແດງຢູ່ນະຄອນຫຼວງ ໂຕກຽວ |
Vovworld- ວົງດົນຕີປະສານສຽງ ຮ່າໂນ້ຍ ສັງກັດສະຖາບັນດົນຕີແຫ່ງຊາດຫວຽດນາມໄດ້ ທຳການສະແດງຢູ່ນະຄອນຫຼວງ ໂຕກຽວຂອງຍີປຸ່ນເມື່ອຕອນຄ່ຳວັນທີ 3/10 ໃນຂອບເຂດງານມະຫາກຳດົນຕີ “ ສັບປະດາດົນຕີປະສານສຽງອາຊີ ” ຢູ່ຍີປຸ່ນ. ສັບປະດາດົນຕີປະສານສຽງອາຊີ ແມ່ນເຫດການຖືກດຳເນີນ 2 ປີເທື່ອ 1 ຢູ່ຍີປຸ່ນ. ປີນີ້ ມີການເຂົ້າຮ່ວມຂອງ ວົງດົນຕີປະສານສຽງ ຮ່າໂນ້ຍ, ວົງດົນຕີປະສານສຽງນະຄອນ Mokpo ຂອງ ສ.ເກົ່າຫຼີ ແລະ ວົງດົນຕີປະສານສຽງ Kyushu ຂອງຍີປຸນ. ລາຍການສະແດງຂອງ ວົງດົນຕີປະສານສຽງ ຮ່າໂນ້ຍລວມມີ 3 ພາກ, ທຳອິດແມ່ນບົດດົນຕີ Rhapsody ຫວຽດນາມ ຂອງນັກດົນຕີ Do Hong Quan . ບັນດາຜູ້ຊົມຊາວຍີປຸ່ນໄດ້ຕີລາສູງລາຍການສະແດງ. ສະເພາະຕອນຄ່ຳຂອງວັນທີ 5/10 , ວົງດົນຕີປະສານສຽງ ຮ່າໂນ້ຍ ຈະມີລາຍການສະແດງປະສົມກັບ ວົງດົນຕີປະສານສຽງ Kyushu ຂອງຍີປຸ່ນຢູ່ແຂວງຟູກືຊີມາ.