ພາບປະກອບ
(vovworld) - ວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນນ້ຳບັນລຸກ່ວາ 20 ຕື້ USD ໃນ 8 ເດືອນ - ໝາກຜົນນີ້ເພີ່ມຂຶ້ນ 5,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2015. ໃນນັ້ນ, ບັນດາຂະແໜງສິນຄ້າຄື: ກາເຟ, ສິ້ນໃນນ້ຳ, ໝາກມ່ວງຫິມະພານ, ໝາກພິກໄທ ລ້ວນແຕ່ເພີ່ມຂຶ້ນທັງດ້ານປະລິມານກໍ່ຄືມູນຄ່າ. ເພີ່ມຂຶ້ນຫຼາຍທີ່ສຸດແມ່ນຂະແໜງ ກາເຟ, ດ້ວຍການເພີ່ມຂຶ້ນເກືອບ 40% ກ່ຽວກັບປະລິມານ ແລະ ກ່ວາ 20% ກ່ຽວກັບມູນຄ່າ, ບັນລຸວົງເງິນ 2,25 ຕື້ USD. ຈາກນັ້ນແມ່ນການເພີ່ມຂຶ້ນພໍສົມຄວນຂອງຂະແໜງໝາກພິກໄທ ເມື່ອວົງເງິນສົ່ງອອກໃນ 8 ເດືອນຜ່ານມາບັນລຸກ່ວາ 1 ຕື້ USD. ຂົງເຂດສິນໃນນ້ຳກໍ່ເຕີບໂຕນ້ອຍໜຶ່ງ, ດ້ວຍມູນຄ່າການສົ່ງອອກບັນລຸ 4,3 ຕື້ USD.