ວັດທະນະທຳແລະການທ່ອງທ່ຽວຫວຽດນາມໄດ້ຮັບການຕີລາຄາສູງຢູ່ເມັກຊິກໂກ
ສັບປະດາວັດທະນະທຳອາຊຽນຢູ່ເມກຊິກໂກ
(ພາບ: Vietnam+))
(vovworld) - ໃນຂອບເຂດການເຄື່ອນໄຫວຕ່າງໆໃນສັບປະດາວັດທະນະທຳອາຊຽນ, ເຊິ່ງພວມດຳເນີນຢູ່ສຳນັກງານສະພາສູງສະຫະລັດເມກຊິກໂກ, ວັນທີ 29/10, ສະຖານທູດຫວຽດນາມປະຈຳເມກຊິກໂກ ໄດ້ຈັດຕັ້ງການພົບປະແລກປ່ຽນຄວາມເຫັນກ່ຽວກັບ ວັດທະນະທຳ ແລະ ຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຫວຽດນາມ. ທີ່ການພົບປະແລກປ່ຽນ, ຜູ້ຕາງໜ້າສະຖານທູດຫວຽດນາມ ປະຈຳເມກຊິກໂກ ແນະນຳໂດຍຫຍໍ້ກ່ຽວກັບທີ່ຕັ້ງພູມສາດ, ລະບອບການເມືອງ, ປະຫວັດສາດ, ປະເທດຊາດ ແລະ ຊາວຫວຽດນາມ, ໄຈ້ແຍກຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ, ຜ່ານການແນະນຳບາງສະຖານທີ່ຕົ້ນຕໍຢູ່ກວາງນິງ, ຮ່າໂນ້ຍ, ບັນດາມໍລະດົກເຂດພາກກາງ ແລະ ເຂດທົ່ງພຽງແມ່ນຳ້ຂອງ, ພ້ອມທັງແນະນຳໂດຍຫຍໍ້ກ່ຽວກັບຍຸດທະສາດພັດທະນາການທ່ອງທ່ຽວໃນໄລຍະປະຈຸບັນ. ຜ່ານນັ້ນ, ວັດທະນະທຳແລະຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຫວຽດນາມໄດ້ຮັບການຕີລາຄາສູງຈາກຊາວເມັກຊິກໂກ