(ວິທະຍຸກະຈາຍສຽງຫວຽດນາມ)
(vovworld) – ກອງປະຊຸມວິທະຍຸອາຊີ 2013 (Radio Asia) ດ້ວຍຫົວຂໍ້ວ່າ “ວິທະຍຸ ແລະ ສື່ມວນຊົນສັງຄົມ: ທ່າອ່ຽງພັດທະນາໃນອະນາຄົດ“ ຈະດຳເນີນຢູ່ຮ່າໂນ້ຍໃນລະຫວ່າງວັນທີ 29 – 31/7/2013. ນີ້ແມ່ນເຫດການໂດຍວິທະຍຸກະຈາຍສຽງຫວຽດນາມເປັນເຈົ້າພາບຈັດຕັ້ງ, ແມ່ນເວທີປາໄສພິເສດ, ລົງເລິກກ່ຽວກັບແງ່ມູມຕ່າງໆຂອງຂະແໜງວິທະຍຸ, ສື່ມວນຊົນ. ກອງປະຊຸມໄດ້ດຶງດູດບັນດາອົງການສື່ມວນຊົນແຖວໜ້າ, ບັນດາຜູ້ຊ່ຽວຊານສື່ມວນຊົນ, ບັນດານັກວາງແຜນນະໂຍບາຍ ແລະ ນັກຄົ້ນຄ້ວາໃນພາກພື້ນອາຊີປາຊີຝິກ ແລະ ບັນດາປະເທດນອກພາກພື້ນເຂົ້າຮ່ວມ. ນະທີ່ນີ້, ບັນດານັກປາຖະກະຖາ ຈະພ້ອມກັນແບ່ງປັນທັດສະນະຂອງຕົນກ່ຽວກັບບັນດາຫົວເລື່ອງທີ່ພວມໄດ້ຮັບຄວາມສົນໃຈຄື: ວິທະຍຸບົນເສັ້ນທາງພັດທະນາ, ການຕິດຕໍ່ພົວພັນ “ຜ່ານເຄືອຂ່າຍອິນເຕີແນດ“ກັບຜູ້ຟັງ, ການເລົ່າເລື່ອງ ແລະ ບັນດາຮູບພາບໃນຄື້ນວິທະຍຸ, ວັດທະນະທຳພື້ນເມືອງໃນວິທະຍຸຫວຽດນາມ, ວິທະຍຸ: ນັກຜະລິດສະໜິດສະໜົມ - ຜູ້ຟັງມີຫົວຄິດປະດິດສ້າງ… ເຂົ້າຮ່ວມເຫດການນີ້, ຜູ້ຊ່ຽວຊານຂອງບັນດາອົງການວິທະຍຸແຖວໜ້າກໍ່ຈະສະເໜີບັນດາຫົວຂໍ້: “ສື່ມວນຊົນສັງຄົມ, ສື່ມວນຊົນໃນບັນດາອຸປະກອນເຄື່ອນທີ່ ແລະ ການຈັດລາຍການກະຈາຍສຽງ…“.
ວິທະຍຸກະຈາຍສຽງຫວຽດນາມ (VOV) ເຂົ້າຮ່ວມກອງປະຊຸມວິທະຍຸອາຊີ (ABU) ໃນຖານະເປັນສະມາຊິກສົມບູນຢ່າງຕັ້ງໜ້ານັບແຕ່ປີ 1964. ໃນຊຸມປີມໍ່ໆມານີ້, ບົດບາດຂອງ VOV ໃນ ABU ພວມໄດ້ຮັບການຍົກສູງ ດ້ວຍເລື່ອງເຂົ້າຮ່ວມການເຄື່ອນໄຫວຕ່າງໆຂອງອົງການນີ້ຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ. ເລື່ອງເປັນເຈົ້າພາບຈັດຕັ້ງ Radio Asia 2013 ນັ້ນ, ບົດບາດຂອງ VOV ໄດ້ຮັບການຢັ້ງຢືນອີກເທື່ອໜຶ່ງໃນ ABU ກໍ່ຄືໃນເວທີສາກົນ