ພາບປະກອບ
|
(vovworld) – ຕອນເຊົ້າວັນທີ 29/6, ວິທະຍາຄານປ້ອງກັນຄວາມສະຫງົບ ໄດ້ຈັດຕັ້ງພິທີຕ້ອນຮັບນາມມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນໄລຍະຕໍ່ສູ້ຕ້ານອາເມລິກາ, ກູ້ຊາດ. ຈາກຊຸດຮຽນທຳອິດເມື່ອປີ 1946 ມາຮອດປະຈຸບັນ, ວິທະຍາຄານໄດ້ບຳລຸງສ້າງ ແລະ ຝຶກອົບຮົມໄດ້ນັກຮຽນນັບແສນຄົນຈາກລະດັບຊັ້ນກາງຮອດຊັ້ນມະຫາວິທະຍາໄລ ແລະ ເໜືອມະຫາວິທະຍາໄລ. ເມື່ອຮຽນຈົບ, ນັກສຶກສາລຸ້ນຕ່າງໆຍາມໃດກໍ່ອຸທິດຢ່າງສຸດໃຈໃຫ້ແກ່ພາລະກິດຮັກສາຄວາມປອດໄພທາງການເມືອງ, ຄວາມລະບຽບຮຽບຮ້ອຍທາງສັງຄົມຂອງປະເທດຊາດ. ນັກສຶກສາຂອງໂຮງຮຽນຫຼາຍຄົນໄດ້ ແລະ ພວມດຳລົງບັນດາຕຳແໜ່ງຫຼັກແຫຼ່ງຂອງພັກ, ລັດ.
ໂດຍຕາງໜ້າໃຫ້ການນຳພັກ, ລັດ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ໄດ້ຍ້ອງຍໍຊົມເຊີຍບັນດາຜົນງານດີເດັ່ນເຊິ່ງນັກສຶກສາ, ຄູສອນລຸ້ນຕ່າງໆຂອງວິທະຍາຄານບັນລຸໄດ້ໃນຕະຫຼອດ 69 ປີຜ່ານມາ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ, ເນັ້ນໜັກວ່າ:
“ເພື່ອຕອບສະໜອງຄວາມຕ້ອງການຂອງໜ້າທີ່ໄດ້ວາງອອກ, ຮຽກຮ້ອງໃຫ້ວິທະຍາຄານປ້ອງກັນຄວາມສະຫງົບປະຊາຊົນຄວນຮັບຮູ້ຢ່າງເລິກເຊິ່ງ, ຍົກສູງຄວາມຕັດສິນໃຈ, ເຈດຈຳນົງປະຕິວັດຂອງນັກຮົບປ້ອງກັນຄວາມສະຫງົບ. ກໍ່ສ້າງວິທະຍາຄານໝັ້ນຄົງເຂັ້ມແຂງ ດ້ານການເມືອງ ແລະ ການຈັດຕັ້ງ, ຍົກສູງຄຸນນະພາບການສຶກສາ, ບຳລຸງສ້າງຕິດພັນກັບປະສິດທິຜົນການຄົ້ນຄ້ວາກ່ວາອີກ, ນຳໃຊ້ວິທະຍາສາດເຕັກໂນໂລຢີສູງເພື່ອແກ້ໄຂບັນດາບັນຫາໃນຕົວຈິງທີ່ໄດ້ວາງອອກ. ບຳລຸງສ້າງແຫຼ່ງຊັບພະຍາກອນມີຄຸນນະພາບສູງ, ຄຸນທາດຈັນຍາບັນປອດໄສ, ຄຸນນະທາດດ້ານການເມືອງຢ່າງໝັ້ນຄົງ, ຈົ່ງຮັກພັກດີຕໍ່ພັກ, ລັດ ແລະ ປະຊາຊົນ, ປະກອບສ່ວນປະຕິບັດບົດບາດເປັນເສນາທິການໃຫ້ແກ່ພັກ, ລັດ, ຂະແໜງຕຳຫຼວດເພື່ອແກ້ໄຂບັນດາບັນຫາ, ກໍລະນີຍຸດທະສາດກ່ຽວກັບຄວາມໝັ້ນຄົງແຫ່ງຊາດໃນສະພາບການໃໝ່.”