ວັນທີ1/3,ລາຄາການບໍລິການດ້ານການແພດເລີ່ມເພີ່ມຂຶ້ນ

ວັນທີ1/3,ລາຄາການບໍລິການດ້ານການແພດເລີ່ມເພີ່ມຂຶ້ນ - ảnh 1
ພາບປະກອບ

(vovworld) –  ວັນ​ທີ 1/3, ​ແມ່ນຈຸ​ດ​ເວລາ​ເລີ່​ມຕົ້ນ​ເພື່ອ​ເພີ່ມ​ລາຄາ​ການບໍລິການ​ດ້ານ​ແພດ​ເກືອບ 1.900 ຢ່າງຕາມ​ຈົດໝາຍ​ລັດຖະການ​ເລກທີ 37 ຂອງ​ກະຊວງ​ສາທາລະນະ​ສຸກ ​ແລະ ການ​​ເງິນ, ທີ່ປະ​ກາດ​ໃຊ້​ໃນ​ເດືອນ 10/2015. ຕາມ​ນັ້ນ​ແລ້ວ, ຄ່ານອນ​ໂຮງໝໍ​ຈະ​ເພີ່ມ​ຂຶ້ນ​ສະ​ເລ່ຍປະມານ 30% ​ເມື່ອ​ທຽບ​ໃສ່​ໄລຍະ​ປະຈຸ​ບັນ. ຫຼັງ​ຈາກ​ນັ້ນ, ​ແຕ່​ວັນ​ທີ 1/7/2016, ​ເມື່ອ​ເງິນ​ເດືອນ​ເພີ່ມ​ຂຶ້ນ, ຄ່າ​ນອນ​ໂຮງໝໍ​ກໍ່ຈະ​ເພີ່ມ​ຂຶ້ນ​ປະມານ 50% ​ເມື່ອ​ທຽບ​ໃສ່​ໄລຍະ​ປະຈຸ​ບັນ. ຕາມ​ກະຊວງ​ສາທາລະນະ​ສຸກ​ແລ້ວ, ​ເລື່ອງ​ເພີ່ມ​ລາຄາ​ນີ້​ຈະ​ສົ່ງ​ເສີມ​ທົ່ວ​ປວງ​ຊົນ​ເຂົ້າ​ຮ່ວມ​ການ​ຊື້​ບັດ​ປະກັນ​ສຸຂະພາບ. ທ່ານ ຫງວຽນ​ນາມ​ລຽນ, ຫົວ​ໜ້າ​ກົມ​ແຜນການ​ການ​ເງິນ, ​ໃຫ້​ຮູ້​ວ່າ:

        “ຈົດໝາຍ​ທາງ​ການ​ນີ້​ພຽງ​ແຕ່ນຳ​ໃຊ້​​ສຳລັບ​ຜູ້​ທີ່ມີ​ບັດ​ປະກັນ​ສຸຂະພາບ​ເທົ່າ​ນັ້ນ, ສ່ວນ​ຜູ້​ບໍ່​ມີ​ບັດ​ປະກັນ​ສຸຂະພາບຍັງ​ນຳ​ໃຊ້​ລະດັບ​ລາຍ​ຮັບ​​ໃນ​ປະຈຸ​ບັນກຳນົດ​ໃນ​ຈົດ​ໝາຍ​ທາງ​ລັດຖະການ​ເລກທີ 03, 04 ​ສະບັບ​ເດີມ. ຍາມ​​ໃດ​ກະຊວງ​ສາທາລະນະ​ສຸກ ​ແລະ ກະຊວງ​ການ​ເງິນ​ປະກາດ​ໃຊ້​ຈົດໝາຍ​ທາ​ງລັດຖະການ​ໃໝ່, ຈຶ່ງຈະ​​ໄດ້ນຳ​ໃຊ້​ສຳລັບ​ບັນດາ​ຜູ້​ບໍ່​ທັນ​ມີ​ບັດ​ປະກັນ​ສຸຂະພາບ.”


ຂ່າວ/ບົດ​ອື່ນ